ນາ​ຍົກ​ຈີນ​ພົບ​ປະ​ກັບ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ
2018-05-08 15:58:10  cri 
ຕອນ​ຄ່ຳ​ວັນ​ທີ 7 ພຶດ​ສະ​ພາ​ນີ້, ທ່​ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ມຸ​ຮະ​ມັດ ຢຸ​ຊຸ​ຟ ຄາ​ລາ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ.

ທ່ານ​ຫຼີ​ເຄີ້​ສຽງ ກ່າວ​ວ່າ, ໃນ​ໄລ​ຍະ​ຢ້ຽມ​ຢາມ​ຄັ້ງ​ນີ້, ຂ້າ​ພະ​ເຈົ້າ​ແລະ​ຜູ້​ນຳ​ອິນ​ໂດ​ເນ​ເຊຍ​ໄດ້​ກ້າວ​ເຖິງ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ໃໝ່​ກ່ຽວ​ກັບ​ການ​ລົງ​ເລິກ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດແລະ​ພັດ​ທະ​ນາ​ການ​ຮ່ວມ​ມື​ທີີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດແລະ. ຈີນ​ຍິ​ນ​ດີ​ຖື​ສອງ​ປະ​ເທດ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຄົບ​ຮອບ 5 ປີ​ເປັນ​ໂອ​ກາດ​ທີ່​ດີ, ບົນ​ພື້ນ​ຖານ​ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ​ແລະ​ການ​ຮ່ວມ​ມື​​ທີ່ສະ​ເໝີ​ພາບ, ​ແລະໄປ​ຕາມ​ທາງ​ດຽວ​ກັນ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່, ປະ​ກອບ​ສ່ວນ​ຫຼາຍກວ່າ​ເກົ່າ​ເພື່ອ​ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.

ທ່ານ​ຄາ​ລາ ກ່າວ​ວ່າ, ການ​ພົວ​ພັ​ນ​ລະ​ຫວ່າງ​ສອງ​ປະ​ເທດ​ພວມ​ຢູ່​​ໃນໄລ​ຍະ​​ທີ່ດີ​ທີ່​ສຸດ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມື​ເສດ​ຖະ​ກິດ​ນັບ​ມື້​ນັບ​ເລິກ​ເຊິ່ງ, ແລະ​ມີ​ທ່າ​ອ່ຽງ​ພັດ​ທະ​ນາ​​ໄປ​ໃນ​ທາງ​ທີ່​ດີ​ຢ່າງ​ຕໍ່​ເນື່ອງ. ຂອບ​ໃຈ​ນຳ​ວິ​ສາ​ຫະ​ກິດ​ຈີນ​ລົງ​ທຶນ​ຢູ່​ອິນ​ໂດ​ເນ​ເຊຍ, ​ເຊິ່ງ​ເປັນ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ ​ອິນ​ໂດ​ເນ​ເຊຍ. ອິນ​ໂດ​ເນ​ເຊຍ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ​, ວຽກ​ງານ​ທາງທະ​ເລ​ແລະ​ອື່ນໆ, ເພື່ອຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ