ນາ​ຍົກ​ຈີນ​ແລະ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ເຂົ້າ​ຮ່ວມ​​ພິ​ທີ​ຖະ​ແຫຼງ​ຂ່າວ
2018-05-08 15:58:50  cri 
ຕອນ​ທ່ຽງ​ວັນ​ທີ 7 ພຶດ​ສະ​ພາ​ນີ້, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ແລະ​ທ່ານ​ໂຈ​ໂຄ ວິ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ໄດ້​ເຂົ້າ​ຮ່ວມ​​ພິ​ທີ​ຖະ​ແຫຼງ​ຂ່າວ​ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ແຂວງ​ໂບ​ໂກ​ພາຍ​ຫຼັງ​​ສຳ​ເລັດ​ການ​ພົບ​ປະ​ກັນ.

ທ່ານ​ຫຼີ​ເຄີ້​ສຽງ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ຜົນ​ການ​ພົບ​ປະ​ສອງ​ຝ່າຍແລະ​ກ່າວ​ວ່າ, ສອງ​ຝ່າຍ​ພ້ອມ​ກັນ​ເຫັນ​ວ່າ​ຄວນ​ຍຶດ​ໝັ້ນ​ໄປ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ, ຮ່ວມ​ກັນ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອ​ງ​ໂລກ​ໂດຍ​ອີງ​ຕາມ​ກົດ​ໝາຍ​ແລະ​ລະ​ບຽບ​ການ​ສາ​ກົນ​ທີ່​ປະ​ຊາ​ຄົມ​ໂລກ​ຮັບ​ຮອງ. ໃນ​ຖາ​ນະ​ເປັນ​ກຸ່ມ​ເສດ​ຖະ​ກິດ​ສຳ​ຄັນ​ໃນ​ໂລກ, ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ຄວນ​​ພະ​ຍາ​ຍາມ​ຮ່ວມ​ເພື່ອ​ຊຸກ​ຍູ້​ໃຫ້​ການ​ຄ້າ​ແລະ​ການ​ລົງ​ທຶນ​ຫັນ​ເປັນ​ແບບ​ເສ​ລີ​ແລະ​ສະ​ດວກກວ່າ​ເກົ່າ.

ທ່ານ​ຫຼີ​ເຄີ້​ສຽງ ກ່າວ​ຕື່ມ​ວ່າ, ລັດ​ຖະ​ບານ​ຈີນ​ຍິນ​ດີ​ຊີ້​ນຳ​ໃຫ້​ວິ​ສາ​ຫະ​ກິດ​ຈີນ​ລົງ​ທຶນ​ຢູ່​ອິນ​ໂດ​ເນ​ເຊຍ​ໂດຍ​ອີງ​ຕາມ​ຫຼັກ​ການ​ຕະ​ຫຼາດ, ຊຸກ​ຍູ້​ການປະ​ກອບ​ອາ​ຊີບ​ຂອງ​ທ້ອງ​ຖິ່ນ, ຫວັງ​ວ່າ​ອິນ​ໂດ​ເນ​ເຊຍ​ຈະ​ສືບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​​ໃນ​ການດຳ​ເນີນ​ທຸ​ລະ​ກິດ​ທີ່​ດີ​ໃຫ້​ແກ່​ຈີນ.

ທ່ານ​ໂຈ​ໂຄ ວິ​ໂດ​ໂດ ກ່າວ​ວ່າ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ປະ​ຫາ​ລືກັບ​ທ່ານ​ຫຼີ​ເຄີ້​ສຽງ​ແລະ​ໄດ້​ຮັບ​ໝາກ​ຜົນ​ອຸ​ດົມ​ສົມ​ບູນ. ສອງ​ຝ່າຍ​ເຫັນ​ວ່າ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ແມ່ນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປ​ະ​ໂຫຍດ, ແລະ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່ການ​ປະ​ກອບ​ສ່ວນ​ຂອງ​ອາ​ຊຽນ​​ໃນ​ການ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ​ຕະ​ຫຼອດ 50 ປີ​ຜ່ານ​ມາ, ​ພ້ອມ​ທັງຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ພາຍ​ໃຕ້​ຂອບ​ອາ​ຊຽນ-ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ