ຈີນ ແລະ ຍີ່​ປຸ່ນ​ເລັ່ງ​ວຽກ​ງານ​ກະ​ກຽມ​ການນຳ​ໃຊ້​ກົນ​ໄກ​ປະ​ສານ​ງານ​ທາງ​ທະ​ເລ ແລະ ​ທາງອາ​ກາດ
2018-05-08 10:16:19  cri 
ທ່ານ​ເກິງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ພຶດ​ສະ​ພາ​ນີ້​ວ່າ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ ແລະ ຍີ່​ປຸ່ນ​ພວມເລັ່ງ​ວຽກ​ງານ​ກະ​ກຽມ​ການນຳ​ໃຊ້​ກົນ​ໄກ​ປະ​ສານ​ງານ​ທາງ​ທະ​ເລ ແລະ ທາງອາ​ກາດ.

ມີ​ນັກ​ຂ່າວ​ຖາມ​ວ່າ, ຂ່າວ​ສານ​ກິໂອ​ໂດ​​ຍີ່​ປຸ່ນ​ລາຍ​ງານ​ວ່າ, ທ່ານ​ນາ​ຍົກ​ຊິນ​ໂ​ຈະ ອາ​ເ​ບະຂອງ​ຍີ່​ປຸ່ນ ແລະ ທ່ານ​​ນາ​ຍົກ​ຫຼີ​ເຄີ້​ສຽງ ​ຂອງ​ຈີນ​ຈະ​ລົງ​ນາ​ມ​ໃນ​ສັນ​ຍາ​ສ້າງ​ກົນ​ໄກ​ປະ​ສານ​ງານ​ທາງ​ທະ​ເລ ແລະ ​ທາງອາ​ກາດ ເພື່ອຫຼີກ​ເວັ້ນ​ການ​ເກີດ​ອຸ​ບັດ​ເຫດ. ຈີນ​ມີ​ຄຳ​ເຫັນ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

ທ່ານ​ເກິງ​ສວງ​ກ່າວ​ວ່າ, ເປົ້າ​ໝາຍ​ຂອງ​ຈີນ ແລະ ຍີ່​ປຸ່ນ​ໃນ​ບັນ​ຫາ​​ການຄວບ​ຄຸມ​ວິ​ກິດ​ການ​ທາງ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ແມ່ນ​ເປັນ​ເອ​ກະ​ພາບ​ກັນ. ສ້າງ​ກົນ​ໄກ​ປະ​ສານ​ງານ​ທາງ​ທະ​ເລ ແລະ ທາງ​ອາ​ກາດ​ຈະ​ມີ​ຜົນ​ດີ​ຊ່ວຍ​ໃຫ້​ສອງ​ຝ່າຍ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຄວບ​ຄຸມ​ຄວາມ​ຂັດ​ແຍ້ງ​ກັນ ແລະ ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ຕາ​ເວັນ​ອອກ. ປັດ​ຈຸ​ບັນ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ສອງ​ປະ​ເທດ​ພວມ​ເລັ່ງ​ວຽກ​ງານ​ກະ​ກຽມ​ທີ່​ກ່ຽວ​ຂ້ອງ ເພື່ອນຳ​ໃຊ້ກົນ​ໄກ​ດັ່ງ​ກ່າວໂດຍ​ໄວ
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ