ທ່ານຫຼີ​ເຄີ້​ສຽງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ-ອິນ​ໂດ​ເນ​ເຊຍ ແລະ ກ່າວ​ປາ​ໄສ​ສຳ​ຄັນ
2018-05-08 11:20:03  cri 
ຕອນ​ຄ່ຳ​ວັນ​ທີ 7 ພຶດ​ສະ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຮ່ວມ​ກັບ​ທ່ານ​ຈູ​ຊູ​ຟ ກາ​ລາ ຮອງ​ປະ​ທານ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ-ອິນ​ໂດ​ເນ​ເຊຍ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຈາ​ກາ​ຕາ.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ວ່າ, ຈີນ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ອິນ​ໂດ​ເນ​ເຊຍ. ປີ 2013, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງໄດ້​ຢ້ຽມ​ຢາມ​ອິນ​ໂດ​ເນ​ເຊຍ​ຢ່າງ​ສຳ​ເລັດ​ຜົນ ແລະ ໄດ້​ວາງ​ທິດ​ທາງ​ໃຫ້​ແກ່​ກາ​ນ​ຂະ​ຫຍາຍ​ການ​ພົວ​ພັນ​ສອງ​ປະ​ເທດ. ພາ​ຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງວົງ​ການ​ຕ່າງໆ​ຂອງ​ສອງ​ປະ​ເທດ, ການ​ພົວ​ພັນ​ຈີນ-ອິນ​ໂດ​ເນ​ເຊຍ​ໄດ້​ຂະ​ຫຍາຍ​ຕົວ​ຢ່າ​ງວ່ອງ​ໄວ ແລະ ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫ​ວ່າງ​ສອງ​ປະ​ເທດ​ໄດ້​ກາຍ​ເປັນ​ຂົງ​ເຂດ​ການ​ຮ່ວມ​ມື​ທີ່​ຄຶກ​ຄື້ນ​ທີ່​ສຸດ ແລະ ມີ​ຜົນ​ສຳ​ເລັດຫຼາຍ​ທີ່​ສຸດ.

ທ່ານຫຼີ​ເຄີ້​ສຽງ​ຊີ້​ວ່າ, ການ​ຢ້ຽມ​ຢາມ​ເທື່ອ​ນີ້​ຂອງ​ຂ້າ​ພະ​ເຈົ້າ​ກໍ​ເພື່ອ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​​ດີຂຶ້ນກວ່າ​ເກົ່າ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ສອງ​ປະ​ເທດ​ຈະ​ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ ແລະ ​ຄວາມ​ສາ​ມາດການ​ຜະ​ລິດ. ຈີນ​ຍິນ​ດີ​ເອົາ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ເຊື່ອມ​ຕໍ່​ກັບ​ໂຄງ​ຄວາມ​ຄິດ "ຈຸດ​​ຄ້ຳ​​ຊູທາງ​ທະ​ເລ​ທົ່ວ​ໂລກ" ຂອງ​ອິນ​ໂດ​ເນ​ເຊຍ, ພັດ​ທະ​ນາ​ຫຼາຍໂຄງ​ການ​ຕົວ​ແບບ, ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ຈີນ​ເຂົ້າ​ຮ່ວມ​ການ​ສ້າງ​ "ແລວ​ທາງ​ເສດ​ຖະ​ກິດກວມ​ລວມ​ພາກ​ພື້ນ" ຂອງ​ອິນ​ໂດ​ເນ​ເຊຍ, ຊ່ວຍ​ອິນ​ໂດ​ເນ​ເຊຍ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ແລະ ​ປຶກ​ສາ​ຫາ​ລື​ການຮ່ວມ​ມື​ກັນ​ໃນ​ການ​ສ້າງ​ທ່າ​ກຳ​ປັ່ນ, ເສດ​ຖະ​ກິດ​ແຄມ​ທະ​ເລ ແລະ ຂົງ​ເຂດ​ອື່ນໆ ພ້ອມ​ທັງຍິນ​ດີ​ໃຫ້​ອິນ​ໂດ​ເນ​ເຊຍ​ສ້າງ​ຕັ້ງ​ສູນ​ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ຈີນ​ເຊັ່ນກັນ.

ສອງ​ຝ່າຍ​ຈະ​ຊຸກ​ຍູ້​ຫັນ​ການ​ຄ້າ​ ແລະ ການ​ລົງ​ທຶນ​​ເປັນ​ແບບ​ເສ​ລີ ແລະ ມີ​ຄວາມ​ສະ​ດວກ​ສະ​ບາຍ. ຈີນ​ຍິນ​ດີ​ນຳ​ເຂົ້າ​ຜະ​ລິ​ດ​ຕະ​ພັນ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ອິນ​ໂດ​ເນ​ເຊຍ​ໃຫ້ຫຼາຍກວ່​າ​ເກົ່າ, ອອກ​ແຮງ​ພັດ​ທະ​ນາ​ທຸ​ລະ​ກິດ​ເອ​ເລັກ​ໂຕຼນິກ​ຂ້າມ​ຊາຍ​ແດນ ເພື່ອ​ເປັນ​ຂົວ​ຕໍ່ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ ແລະ ນ້ອຍ​​ຂອງ​ສອງ​ປະ​ເທດ.

​ນອກ​ນີ້, ສອງ​ຝ່າຍ​ຍັງຈະ​ຮັດ​ແໜ້ນ​ການ​ແລກ​ປ່ຽນ ແລະ ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ຕື່ມ​ອີກ. ຈີນ​ຍິນ​ດີ​ດຳ​ເນີນ​ການ​ແລກ​ປ່ຽນ ແລະ ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກ​ສາ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ, ສື່ມວນ​ຊົນ ແລະ ກິ​ລາ ກັບ​ອິນ​ໂດ​ເນ​ເຊຍ ເພື່ອ​ເຮັດ​ໃຫ້​ທັດ​ສະ​ນະ​ຄະ​ຕິ​ສັນ​ຕິ​ພາບ, ມິດ​ຕະ​ພາບ ແລະ ຮ່ວມ​ມື​ກັນ​ຂອງ​ສອງ​ປະ​ເທດ​ຝັງ​ເຂົ້າ​ໃນ​ດວງ​ໃຈ​ຂອງ​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ.

ທ່ານ​ກາ​ລາ​ກ່າວ​ວ່າ, ການ​ໄຂ​ກອງ​ປະ​ຊຸມ​ສຸດຍອດ​ເທື່ອ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້​ນຳ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ສອງ​ປະ​ເທດ​ມີ​ຄວາມ​ໝັ້ນ​ໃຈ​ເຕັມ​ປ່ຽມ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຄ້າ​ລ​ະ​ຫວ່າງ​ສອງ​ຝ່າຍ. ອິນ​ໂດ​ເນ​ເຊຍ​ຊົມ​ເຊີຍ​ຈີນ​ເພີ່ມ​ທະ​ວີ​ການ​ລົງ​ທຶນ​ຢູ່​ປະ​ເທດ​ຕົນ, ເປີດກວ້າງ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ຕໍ່​ກັນ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ. ລັດ​ຖະ​ບານ​ສອງ​ປະ​ເທດ​ຈະ​ວາງ​ນະ​ໂຍ​ບາຍ​ທີ່​ສົມ​ຄູ່​ກັນ, ​ສ້າງ​ສະ​ພາບ​ແວດ​ລ້ອ​ມ​ທີ່​ດີກວ່າ​ເກົ່າ​ ເພື່ອ​ຊຸກ​ຍູ້ການ​​ລົງ​ທຶນ ແລະ ທຸ​ລະ​ກິດລະ​ຫວ່າງ​ສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ