ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຍີ່​ປຸ່ນ-ຈີນ​ຄອງ​ຄອຍ​ການ​ຢ້ຽມ​ຢາມ​ຂອງ​ນາ​ຍົກ​ຈີນ​ຈະ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ
2018-05-08 16:11:40  cri 
ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີ​ນຂອງ​ທ່ານ​ຊິນ​ໂຈະ ອາ​ເບະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ເດີນ​ທາງ​ໄປ​​ຮອດ​ຍີ່​ປຸ່ນ​ໃນ​ຕອນ​ຄ່ຳ​ວັນ​ທີ 8 ພຶດ​ສະ​ພາ​ນີ້ ເພື່ອ​ເຂົ້າ​ຮ່ວ​ມກອງ​ປະ​ຊຸມ​ສຸດຍອດ​ຈີນ, ຍີ່​ປຸ່ນ ແລະ ສ.ເກົາຫຼີ​ຄັ້ງ​ທີ 7 ແລະ​ ຢ້ຽມ​ຢາມ​ຍີ່​ປຸ່ນ​ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ນາ​ຍົກ​ຈີນ​ທີ່​ໄປ​ຢ້ຽມ​ຢາມ​ຍີ່​ປຸ່ນ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ໃນ​ຮອບ 8 ປີ ແລະ ກໍ​ແມ່ນກອງ​ປະ​ຊຸມ​ສຸດຍອດ​ຈີນ, ຍີ່​ປຸ່ນ ແລະ ສ.ເກົາຫຼີ​ຈັດ​ຂຶ້ນ​ອີກ​ຄັ້ງ​ໜຶ່ງ ໃນ​ຮອບ 2 ປີ​ເຄິ່ງ.

ກ່ອນ​ທ່ານຫຼີ​ເຄີ້​ສຽງ​ໄປ​ຢ້ຽມ​ຢາມ​ຍີ່​ປຸ່ນ, ນັກ​ຂ່າວ CRI ໄດ້​ສຳ​ພາດ​ທ່ານ​ນິ​ວະ ​ອູ​ອີ​ຈິ​ໂຣ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຍີ່​ປຸ່ນ-ຈີນ, ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ​ປະ​ຈຳ​ຈີນ. ທ່ານ​ກ່າວ​ວ່າ, ການ​ມາ​ຢ້ຽມ​ຢາມ​ຍີ່​ປຸ່ນ​ຂອງ​ທ່ານ​ນາ​ຍົກຫຼີ​ເຄີ້​ສຽງ​ຄັ້ງ​ນີ້​ຈະ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຍີ່​ປຸ່ນ-ຈີນ. ເວົ້າ​ສຳ​ລັບ​ການ​ພົວ​ພັນ​ຈີນ-ຍີ່​ປຸ່ນ​ແລ້ວ, ປີ​ນີ້​ພໍ​ດີ​ເປັນ​ປີ​ທີ່ສອງ​ປະ​ເທດ​ລົງ​ນາມ​ໃນ​ "ສັນ​ຍາ​ສັນ​ຕິ​ພາບ ແລະ ມິດ​ຕະ​ພາບ​ຈີນ-ຍີ່​ປຸ່ນ" ຄົບ​ຮອບ 40 ປີ. ພາຍ​ໃຕ້​ເບື້ອງຫຼັງ​ດັ່ງ​ກ່າວ, ສອງ​ປະ​ເທດ​ລ້ວນ​ແຕ່​ມີ​ຈຸດ​ປະ​ສົງ​ຢາກ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ