ທ່ານ​ ຫຼີ​ເຄີ້​ສຽງ ກ່າວ​ວ່າ​ຈະສ້າງ​ຮູບ​ແບບ​ການ​ຮ່ວມ​ມື "ຈີນ,ຍີ່​ປຸ່ນ​ແລະ​ສ.ເກົາ​ຫຼີ + X"
2018-05-09 15:03:20  cri 


ຕອນ​ເຊົ້າ​ວັນ​ທີ 9 ພຶດ​ສະ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ກ່າວ​ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳ​ຈີນ,ຍີ່​ປຸ່ນ​ແລະ​ສ.ເກົາ​ຫຼີ​ວ່າ, ຢູ່ອາ​ຊີ​ມີ​ຫຼາຍ​ປະ​ເທດ​ແລະລະ​ດັບ​ການ​ພັດ​ທະ​ນາ​ກໍ່​ມີ​ຄວາມ​ແຕກ​ຕ່າງ​ກັນ. ການ​ພັດ​ທະ​ນາ​ຂອງ​ຈີນ,ຍີ່​ປຸ່ນ​ແລະ​ສ.ເກົາ​ຫຼີ ໄດ້​ຢືນ​ຢູ່​ແຖວ​ໜ້າ​ຂອງ​ອາ​ຊີ,ຄວນ​ເຕົ້າ​ໂຮມ​ທ່າ​ແຮງ​ຂອງ​ສາມ​ຝ່າຍ, ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ການ​ຮ່ວມ​ມື​ດ້ານ​ຄວາມ​ສາ​ມາດ​ການ​ຜະ​ລິດ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ການ​ຄຸ້ມ​ຄອງ​ໄພ​ພິ​ບັດ, ປະ​ຢັດ​ພະ​ລັງ​ງານ​ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນໂດຍຜ່ານ​ຮູບ​ແບບ "ຈີນ,ຍີ່​ປຸ່ນ​ແລະ​ສ.ເກົາ​ຫຼີ + X" ເພື່ອເສີມ​ຂະ​ຫຍາຍ​ບົດ​ບາດ​ທ່າ​ແຮງ​ຂອງ​ຕົນ​ໃນ​ດ້ານ​ອຸປະ​ກອນ,ເຕັກ​ໂນ​ໂລ​ຊີ, ທຶນ​ຮອນ​ແລະ​ກາ​ນ​ກໍ່​ສ້າງ​ໂຄງ​ການ​ເປັນ​ຕົ້ນ,ຮ່ວມ​ກັນ​ພັດ​ທະ​ນາ​ຕະ​ຫຼາດ​ຝ່າຍ​ທີ 4 ແລະ​ຫຼາຍ​ຝ່າຍ,ຊຸກ​ຍູ້​ແລະນຳ​ພາ​ປະ​ເທດ​ໃນ​ພາກ​ພື້ນ​ນີ້​ໃຫ້​ບັນ​ລຸ​ການ​ພັດ​ທະ​ນາ​ທີ່ດີ​ແລະ​ໄວ​ກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ