ທ່ານ ຫຼີ​ເຄີ້​ສຽງ ກ່າວ​ວ່າຈະ​ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ຍີ່​ປຸ່ນ​ໃຫ້ກັບ​ຄືນ​ສູ່​ວົງ​ໂຄ​ຈອນ​ທີ່ເປັນ​ປົກ​ກະ​ຕິ
2018-05-09 17:29:18  cri 
ຕອນ​ບ່າຍ​ວັນ​ທີ 8 ພຶດ​ສະ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ຫຼີ​ເຄີ້​ສ​ຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ ຊິນ​ໂຈ ອາ​ເບະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ໂດຍ​ເນັ້ນວ່າ​ສອງ​ຝ່າຍ​ຄວນ​ເຄົາ​ລົບ​ແລະ​ປະ​ຕິ​ບັດ​ຕາມ​ຄວາມ​ຮັບ​ຮູ້​ທີ່ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​ກໍ່​ຄື​ຫຼັກ​ການ​ເອ​ກະ​ສານ​ການ​ເມືອງ 4 ສະ​ບັບ,ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ຍີ່​ປຸ່ນ​ໃຫ້​ກັບ​ຄືນ​ສູ່​ວົງ​ໂຄ​ຈອນທີ່​ເປັນ​ປົກ​ກະ​ຕິ.

ທ່ານ ຫຼີ​ເຄີ້​ສຽງ ຊີ້​ວ່າ, ຈີນ​ແລະ​ຍີ່​ປຸ່ນ​ເປັນ​ປະ​ເທດ​ບ້ານ​ໃກ້ເຮືອນ​ຄຽງ​ທີ່​ສຳ​ຄັນ​ແລະ​ເປັນກຸ່ມ​ເສດ​ຖະ​ກິດ​ທີ່​ສຳ​ຄັ​ນ​ໃນ​ໂລກ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດມີ​ການພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ,ຍາວ​ນານ​ແລະ​ປອດ​ໃສ ໄດ້ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ສອງ​ຝ່າຍ, ແລະກໍ່​ເປັນ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ກໍ່​ຄື​ຂອງ​ໂລກ​ເຊັ່ນ​ດຽວ​ກັນ ປີ​ນີ້​ຖືກ​ກັບປີ​ເຊັນ​ສົນ​ທິສັນ​ຍາ​ວ່າ​ດ້ວຍ​ສັນ​ຕິ​ພາບ​ແລະໄມ​ຕີ​ຈິດ​ມິດ​ຕະ​ພາບ​ຈີນ-ຍີ່​ປຸ່ນ​ຄົບ​ຮອບ 40 ປີ​ພໍ​ດີ, ການ​ພັດ​ທະ​ນາ​ແລະ​ການ​ປັບ​ປຸງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດໃຫ້​ດີ​ຂຶ້ນນັ້ນ​ແມ່ນ​ຢູ່​ໃນ​ໄລ​ຍະ​ທີ່​ສຳ​ຄັນ​. ດັ່ງ​ນັ້ນ,ສອງ​ຝ່າຍ​ຄວນ​ກຳ​ໂອ​ກາດ​ແລະ​ພິ​ຈາ​ລະ​ນາ​ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ,ທົບ​ຄວນ​ຄືນ​​ຈິດ​ໃຈສົນ​ທິ​ສັນ​ຍາ​ດັ່ງ​ກ່າວ,ປັບ​ປຸງ​ພື້ນ​ຖານ​ການ​ເມືອງ​ໃຫ້​ມີ​ຄວາມ​ໝັ້ນ​ຄົງຂະ​ໜົງແກ່ນ,ເປີດກວ້າງ​ການ​ຮ່ວມ​ມື​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ,ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້ທີ່​ເປັນ​ເອ​ກະ​ພາບ​ທາງ​ການ​ເມືອງ​ທີ່​ເປັນ​ຄູ່​ຮ່ວມ​​ມື​ແລະບໍ່​ນາບ​ຂູ່​ກັນໃຫ້​ດີ,ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ກັບ​ຄື​ນ​ສູ່​ວົງ​ໂຄ​ຈອນ​ທີ່ເປັນ​ປົກ​ກະ​ຕິ,ເພື່ອບັນ​ລຸ​ການ​ພັດ​ທະ​ນາ​ໃຫ້ມີ​ຄວາມໝັ້ນ​ທ່ຽງ​,ຍາວ​ນານ​ແລະປອດ​ໃສ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ