ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ສິນ​ຄ້າ​ຂອງ​ຈີນ​ໃນ 4 ເດືອນ​ຕົ້ນ​ປີ​ນີ້​ ເພີ່ມ​ຂຶ້ນ 8,9%
2018-05-09 16:04:41  cri 
​ຕາມສະ​ຖິ​ຕິ​ຫຼ້າ​ສຸດ​ທີ່ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​​ໃຫ້ຮູ້​ວ່າ, ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ເມ​ສາ​ປີ​ນີ້, ຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ບັນ​ລຸ​ເຖິງ 9110 ຕື້ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 8,9%, ການ​ໄດ້​ປຽບ​ຫຼຸດ​ລົງ 24,1%.

ເດືອນ​ເມ​ສາ​ປີ​ນີ້, ມູນ​ຄ່າ​​ສິນ​ຄ້າຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ບັນ​ລຸ​ເຖິງ 2360 ຕື້ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 7,2%. ເບິ່ງ​​ໂດຍ​ລວມ​ແລ້ວ​ມີ​ຈຸດ​ພິ​ເສດ​ທີ່ການ​ຄ້າ​ທົ່ວ​ໄປ​ ​ຕໍ່​ຕ່າງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ໄວ​ສົມ​ຄວນ​ແລະ​ກວມ​ອັດ​ຕາ​ເພີ່ມ​ຂຶ້ນ, ອັດ​ຕາ​ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ​ຂອງວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ກໍ​ໄດ້​ເພີ່ມ​ຂຶ້ນ​ຕື່ມ​ອີກ, ຜະ​ລິດ​ຕະ​ພັນ​ເຄື່ອງ​ກົນ​ຈັກ​ແລະ​​ເຄື່ອງ​ຜະ​ລິດໄຟ​ຟ້າ​ເພີ່ມ​ຂຶ້ນ​ແລະ​ອື່ນໆ.

ຂະ​ນະ​ດຽວ​ກັນ​ນັ້ນ, ມູນ​ຄ່າ​​ສິນ​ຄ້າຂາ​ເຂົ້າ​ຂາ​ອອກ​ຕໍ່​ຕະ​ຫຼາດ​ສຳ​ຄັນ​ຂອງ​ຈີນ​ເຊັ່ນ​ສະ​ຫະ​ພາບ​ເອີ​ລົບ, ອາ​ເມ​ລິ​ກາ, ອາ​ຊຽນ​, ຍີ່​ປຸ່ນ​ແລະ​ອື່ນໆ​ລ້ວນ​ແຕ່​ເພີ່ມ​ຂຶ້ນ, ​ນອກ​ນີ້, ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງມູນ​ຄ່າ​ສິນ​ຄ້າຂາ​ເຂົ້າ​ຂາ​ອອກ​ຕໍ່​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ສູງກວ່າ​ຈັງ​ຫວະ​ການ​ເຕີບ​ໂຕ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ