ທ່ານ​ສີ​ຈິ້ນ​ຜິງສົນ​ທະ​ນາ​ກັບ​ທ່ານ​ໂດ​ນັນ ທ​ຣຳ ທາງ​ໂທ​ລະ​ສັບ
2018-05-09 16:06:00  cri 
ວັນ​ທີ 8 ພຶດ​ສະ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົນ​ທະ​ນາກັບ​ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ບໍ​ດີ​ອາ​ເມ​ລິ​ກາ​​ທາງໂທ​ລະ​ສັບ.

ທ່ານ​ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ, ປັດ​ຈຸ​ບັນ, ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ລິ​ກາ​ພວມ​ຢູ່ໃນ​ໄລ​ຍະ​ສຳ​ຄັນ, ຂ້າ​ພະ​ເຈົ້າ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ຂະ​ຫຍາຍ​ສາຍ​ພົວ​ພັ​ນ​ລະ​ຫວ່າງ​ສອງ​ປະ​ເທດ, ແລະ​ຖື​​ເປັນ​ສຳ​ຄັນ​ຕໍ່​ການ​ພົວ​ພັນ​ວຽກ​ງານ​ທີ່​ດີ​ງາມ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ. ຫວັງ​ວ່າ​ສອງ​ຝ່າຍ​ຈະ​ຕັ້ງ​ໃຈ​ປະ​ຕິ​ບັດ​ຕາມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ສັນ​ກັນ​ທີ່​ຂ້າ​ພະ​ເຈົ້າ​ແລະ​ທ່ານ​​ໄດ້​ຕົກ​ລົງ​ກັນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຂັ້ນ​ສູງ​ແລະ​ທຸກ​ຂັ້ນ, ​ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສຸມ​ໃສ່​ການ​ຮ່ວມ​ມື, ຄວບ​ຄຸມ​ຄວາມ​ຂັດ​ແຍ້ງ​ກັນແລະ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​​ໃຫ້ຂະ​ຫຍາຍ​ຕົວ​ກ້າວ​ໄປ​ໜ້າ​ຢ່າງ​ແຂງ​ແຮງ.

ທ່ານ​ໂດ​ນັນ ທ​ຣຳ ​ກ່າວ​ວ່າ, ປະ​ເທ​ດ​ຕົນ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ​ຂ້າ​ພະ​ເຈົ້າຄ່ອງ​ຄອຍ​ຮັກ​ສາ​ການ​ພົວ​ພັນ​ຢ່າງ​ໃກ້​ຊິດ​ກັບ​ທ່ານ​ສີ​ຈິ້ນ​ຜິງ. ອາ​ເມ​ລິ​ກາ​ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັບ​ຈີນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ, ແກ້​ໄຂ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ຢ່າງ​ເໝາະ​ສົມ, ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ​ແລະ​ຈີນ​ຂະ​ຫຍາຍ​ຕົວ​ໃຫ້​ດີກວ່າ​ເກົ່າ, ແລະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ.

​ນອກ​ນີ້, ປະ​ມຸກ​ລັດ​ສອງ​ປະ​ເທດ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ