ເປີດກິດຈະກຳ "​ມອບແສງ​ສະຫວ່າງ​ຕາມ​ລຳແມ່​ນ້ຳຂອງກ້າວ​ເຂົ້າ​ສູ່​ກຳ​ປູ​ເຈຍ" ໄລ​ຍະ​​ສອງ
2018-05-09 17:20:17  cri 
ຕາມ​ຂ່າວ CRI: ພິ​ທີ​ເປີດກິດ​ຈະ​ກຳ "ມອບແສງ​ສະ​ຫວ່າງ​ຕາມ​ລຳ​ແມ່​ນ້ຳ​ຂອງ​ກ້າວ​ເຂົ້າ​ສູ່​ກຳ​ປູ​ເຈຍ" ໄລ​ຍະ​​ສອງ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງພະ​ນົມ​ເປັນປະ​ເທດ​ກຳ​ປູ​ເຈຍ. ຈຸດສຳ​ຄັນຂອງ​ໂຄງ​ການ​ໄລ​ຍະ​​ສອງ​ແມ່ນ​ສຸ​ຂະ​ພາບ​​ສາຍ​ຕາ​ຂອງ​ນັກ​ຮຽນ​ປະ​ຖົມ​ແລະ​ມັດ​ຖະ​ຍົມ, ກິດ​ຈະ​ກຳ​ຄັ້ງ​ນີ້​ຈະ​ຈັດ​ຂຶ້ນ​ຢູ່​ໂຮງ​ຮຽນ​ປະ​ຖົມ​ແລະ​ມັດ​ຖະ​ຍົມ 4 ແຫ່ງ​ຂອງ​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ແລະ​ນະ​ຄອນ​ສີ​ຫາ​ນຸ, ຄາດ​ວ່າ​ຈຳ​ນວນ​ນັກ​ຮຽນ​ທີ່​ເຂົ້າ​ຮ່ວມ​ການກວດ​ສາຍ​ຕາ​ຄັ້ງ​ນີ້​ຈະ​ບັນ​ລຸ​ເຖິງ 3400 ຄົນ, ​ສະ​ເລ່ຍ​ການໃສ່​ແວນ​ຕາ​ຈະ​ມີ​ປະ​ມານ 20%.

ທ່ານ​ຊາ​ໂມນ ຮອງ​ເລ​ຂາ​ລັດ​ຖະ​ກິດກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກຳ​ປູ​ເຈ​ຍ​, ທ່ານ​ຫຼີແຈ ທີ່​ປຶກ​ສາ​ທູດ​ຂອງ​ສະ​ຖາ​ນ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ​ແລະ​ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ​.

ທ່ານ​ຫຼີແຈ ກ່າວ​ວ່າ, ການ​ຊ່ວຍ​ເຫຼືອ​ດ້ານ​ການ​ປິ່ນ​ປົວ​​ສຸ​ຂະ​ພາບ​ແລະ​ດຳ​ລົງ​ຊີ​ວິດ​ຂອງ​ຈີນ​ຕໍ່​ກຳ​ປູ​ເຈຍ​ແມ່ນ​​ການ​ປະ​ກອບ​​ສ່ວນສຳ​ຄັນ​ຂອງ​ມິດ​ຕະ​ພາບ​ຈີນ-ກຳ​ປູ​ເຈຍ, ໄດ້​ຮັບ​ຄວາມ​ນິ​ຍົມ​ທົ່ວ​ໄປ​ຈາກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ. ​ແລະຈີນ​​ຍິນ​ດີຈະ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ແລະ​ສະ​ໜັບ​ສະ​ໜູນ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ກຳ​ປູ​ເຈຍ​ໃນ​ຕໍ່​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ