ທ່ານສີຈິ້ນຜິງພົບປະກັບທ່ານກິມເຈິງອຸນ
2018-05-09 17:42:54  cri 

ວັນທີ 7 ຫາວັນທີ 8 ພຶດສະພານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດຈີນໄດ້ພົບປະກັບທ່ານກິມເຈິງອຸນ ປະທານຄະນະກຳມະການພັກແຮງງານ ສປປ ເກົາຫຼີ, ປະທານຄະນະກຳມະການແຫ່ງລັດ ສປປ ເກົາຫຼີຢູ່ນະຄອນຕ້າຫຼຽນ ສປ ຈີນ. ສອງຝ່າຍໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການພົວພັນລະຫວ່າງສອງປະເທດແລະບັນຫາສຳຄັນທີ່ສອງຝ່າຍສົນໃຈນຳ.

ທ່ານກິມເຈິງອຸນ ກ່າວວ່າ, ໃນໄລຍະສຳຄັນທີ່ສະຖານະການພາກພື້ນພັດທະນາຢ່າງວ່ອງໄວ, ຂ້າພະເຈົ້າມາພົບປະກັບທ່ານເລຂາທິການໃຫຍ່ແລະແຈ້ງສະພາບການທີ່ກ່ຽວຂ້ອງ, ຫວັງວ່າສາມາດເພີ່ມທະວີການແລກປ່ຽນແລະການຮ່ວມມືຍຸດທະສາດກັບຈີນ, ຊຸກຍູ້ໃຫ້ມິດຕະພາບລະຫວ່າງ ສປປ ເກົາຫຼີແລະຈີນຂະຫຍາຍຕົວຢ່າງເລິກເຊິ່ງ, ຊຸກຍູ້ສັນຕິພາບແລະສະຖຽນລະພາບຂອງພາກພື້ນ.

ທ່ານສີຈິ້ນຜິງ ກ່າວເນັ້ນວ່າ, ຂ້າພະເຈົ້າໄດ້ພົບປະກັບທ່ານປະທານຄະນະກຳມະການສອງເທື່ອພາຍໃນເວລາເດືອນປາຍ, ໄດ້ຮັກສາການແລກປ່ຽນຢ່າງໃກ້ຊິດ. ຂ້າພະເຈົ້າຍິນດີຮ່ວມກັບທ່ານ, ສືບຕໍ່ຊີ້ນຳນຳພາພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດປະຕິບັດຕາມຄວາມຮັບຮູ້ທີ່ເປັນເອກະສັນກັນທີ່ຂ້າພະເຈົ້າແລະທ່ານໄດ້ຕົກລົງກັນໃຫ້ດີ, ຊຸກຍູ້ໃຫ້ສາຍພົວພັນລະຫວ່າງຈີນແລະສປປເກົາຫຼີຂະຫຍາຍຕົວກ້າວໄປໜ້າຢ່າງບໍ່ຢຸດຢັ້ງ, ສ້າງຄວາມຜາສຸກໃຫ້ແກ່ລັດແລະປະຊາຊົນທັງສອງປະເທດ, ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບແລະສະຖຽນລະພາບຂອງພາກພື້ນ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ