ຊາວ​ໜຸ່ມ​ຈີນ​ສ້າງ​ໂຮງ​ຜະ​ລິດ​ນ້ຳ​ຕານ​ຢູ່​ເຂດ​ພູ​ເພື່ອ​ດຶງ​ດູດ​ຊາວ​ນາ​ທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ​ກັບ​ບ້ານ
2018-05-09 17:50:06  cri 

ທ້າວ​ໂຈ່ວ​ຈ້ຽນ​ເຢີນ​ອາ​ຍຸ 24 ປີ. ໃນ​ເວ​ລາ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​​ປີສາມ, ລາວ​ໄດ້​ຊ່ວຍ​ເຫຼືອ​ໃນ​ການ​ສອນຢູ່​ເຂດ​ສ້ຽວ​ມາ​ເມືອງ​ເຊີ້​ເຮີງ​ກິ່ງ​ແຂວງ​ສຽນ​ຊີ່​ນານ​ແຂວງ​ກຸ້ຍ​ໂຈ່ວ, ແລະ​ໄດ້​ພົບ​ເຫັນ​ວ່າ​ເດັກ​ນ້ອຍ​ຢູ່​ບ່ອນ​ນີ້​ 70% ເປັນ​ເດັກ​ນ້ອຍ​ທີ່​ພໍ່​ແມ່​ໄປ​ເຮັດ​ວຽກ​ຢູ່​ບ່ອນ​ອື່ນ, ເດັກ​ນ້ອຍ​ເຫຼົ່າ​ນີ້​ຕ້ອງ​ການ​ຄວາມ​ຮັກ​ຈາກ​ຄອບ​ຄົວ. ພາຍ​ຫຼັງ​ຮຽນ​ຈົບ​ແລ້ວ, ທ້າວ​ໂຈ່ວ​ຈ້ຽນ​ເຢີນ​ແລະ​ອາ​ສາ​ສະ​ໝັກ​ສິບກວ່າ​ຄົນ​ໄດ້​ຮ່ວມ​ກັນ​ສ້າງ​ໂຮງ​ຜະ​ລິດ​ນ້ຳ​ຕານແດງ​, ​ໂດຍໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຊາວ​ບ້ານ​ແລະ​ວິ​ສາ​ຫະ​ກິດ, ໂຮງ​ຜະ​ລິດ​ນ້ຳ​ຕານ​ຂອງ​ເຂົາ​ໄດ້​​ໂຄ​ສະ​ນາ​ເຜີຍ​ແຜ່​ໂດຍ​ຜ່ານ​ອິນ​ເຕີ​ເນັດ, ເພື່ອ​ດຶງ​ດູດ​ພໍ່​ແມ່​ຂອງ​ເດັກ​ນ້ອຍກັບຄືນ​ມາເຮັດ​ວຽກ​ຢູ່​ບ້ານ​ເກີດ​ຂອງ​ຕົນ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ