ທ່ານ​ທຣຳປະກາດ​ວ່າ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ສັນຍາ​ນິວ​ເຄຼຍອີຣານ
2018-05-09 16:46:19  cri 
ວັນ​ທີ 8 ພຶດສະພາ​ນີ້, ທ່ານ​​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ປະກາດ​ວ່າ: ອາ​ເມ​ລິ​ກາ​ຈະ​ຖອນ​ອອກ​ຈາກ​ສັນຍາ​ນິວ​ເຄຼຍອີຣານ ​ແລະຈະ​ເລີ່ມຂວ້ຳ​ບາດຕໍ່​​ອີຣານອີກ​ເຊິ່ງ​ແຕ່​ກ່ອນຖືກຍົກ​ເວັ້ນ​ຫຼັງ​ເຊັນ​ສັນຍາ​ນິວ​ເຄຼຍດັ່ງກ່າວ.

ທ່ານ​ທຣຳ​ໄດ້​ກ່າວ​ປາ​ໄສ​ທາງ​ໂທລະພາບ​ຢູ່​ທຳນຽບຂາວ​ໃນ​ມື້​ດຽວ​ກັນ​ວ່າ: ສັນຍາ​ນິວ​ເຄຼຍອີຣານ​ແມ່ນ​ສັນຍາ​ທີ່​ບໍ່​ດີ ​ເຊິ່ງມີ​ຂີດຈຳກັດ​ຕ່ຳຕໍ່​ການ​ພັດທະນາ​ນິວ​ເຄຼຍຂອງ​ອີຣານ ​ແລະ​ເຮັດ​ໃຫ້​ອີຣານຖືກຍົກ​ເວັ້ນການ​ຂວ້ຳ​ບາດ. ສັນຍາ​ນີ້​ບໍ່​​ໄດ້​ຈຳ​ກັດ​ການ​ພັດທະນາ​ໂຄງການ​ຂີ​ປະ​ນາ​ວຸດຂອງ​ອີຣານ ​ແລະ​ກໍ່​ບໍ່​ໄດ້​ຈຳກັດ​ອີຣານກໍ່​ຄວາມ​ບໍ່​ສະຫງົບ​ຢູ່​ເຂດຕາ​ເວັນອອກ​ກາງ, ນອກຈາກ​ນີ້, ກໍ​ບໍ່​ສາມາດ​ຍອມ​ຮັບ​ມາດຕາກ່ຽວ​ກັບ​ອີຣານສາມາດ​ຟື້ນ​ຟູການ​ສະກັດ​ຢູ​ເລ​ນຽມ​ຂຸ້ມພາຍຫຼັງ​ສັນຍາ​ນິວ​ເຄຼຍອີຣານທີ່​ເປັນ​ໂມຄະ.

ຫຼັງ​ຈາກຈົບ​ປາ​ໄສ​ແລ້ວ​, ທ່ານ​ທຣຳ​ໄດ້​​ເຊັນ​​ເອກະສານ​ຖອນ​ອອກ​ຈາກ​ສັນຍາ​ນິວ​ເຄຼຍອີຣານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ