ສື່ມວນ​ຊົນ ສ​ປ​ປ ເກົາຫຼີ​ຕີ​ລາ​ຄາ​ສູງ​ຕໍ່​ການ​ພົບ​ປະ​ກັນ​ອີກ​ເທື່ອ​ໜຶ່ງ​ລະ​ຫວ່າງ​ຜູ້​ນຳ​ສູງ​ສຸດ​ຈີນ - ສ​ປ​ປ ເກົາຫຼີ
2018-05-09 10:32:55  cri 
ຕອນ​ຄ່ຳ​ວັນ​ທີ 8 ພຶດ​ສະ​ພາ​ນີ້, ໂທ​ລະ​ພາບ​ສູນ​ກາງ​ ສ​ປ​ປ ເກົາຫຼີ​ໄດ້​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ທ່ານ​ກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ ສ​ປ​ປ ເກົາຫຼີ​ໄດ້​ພົບ​ປະ​ກັບ​ທ່ານ​ສີ​ຈິ້​ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ຢູ່​ນະ​ຄອນ​ຕ້າ​ຫຼຽນ​ຂອງ​ປະ​ເທດ​ຈີນ​ລະ​ຫວ່າງວັນ​ທີ 7 ຫາ 8 ພຶດ​ສະ​ພາ​ນີ້ ແລະ ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ພົບ​ປະ​ກັນ​​ໃນ​ຄັ້ງ​ນີ້ ໂດຍ​ຊີ້​ອອກວ່າ, "ການ​ພົບ​ປະ​ກັນ​ຄັ້ງ​ປະ​ຫວັດ​ສາດ" ນີ້​ຈະ​ເປັນ​ໂອ​ກາດ​ສຳ​ຄັນ​ແຫ່ງ​ການ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ຕື່ມ​ອີກ.​

ຂ່າວລາຍ​ງານ​​ຕື່ມ​ວ່າ, ການ​ພົບ​ປະ​ກັນ​ຄັ້ງ​ນີ້​ໄດ້​ຈັດ​ຂຶ້ນ​ໃນ​ໄລ​ຍະ​ທີ່​​ການ​ພົວ​ພັນ​ລະ​ຫວ່າງສອງ​ພັກ, ສອງ​ລັດ ແລະ ສອງ​ປະ​ເທດ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ທີ່​ດີ​ທີ່​ສຸດ. ​ພ້ອມ​ທັງ​ເປັນ​ໂອ​ກາດ​ສຳ​ຄັນ​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ ໃນ​ຖາ​ນະ​ເປັນ​ການ​ຄັດ​ເລືອກ​ຍຸດ​ທະ​ສາດ​ຂອງ​ສອງ​ພັກ ແລະ ສອງ​ລັດ ບົນ​ພື້ນ​ຖານ​​ທີ່​ສອງ​ຝ່າຍ​ສືບ​ທອດ​ມູນ​ເຊື້ອ​ໄປ​ມາ​ຫາ​ສູ່ກັນ​ລະ​ຫວ່າງ​ຜູ້​ນຳ​ຂັ້ນ​ສູງ​ສຸດ​ສອງ​ຝ່າຍ ແລະ ສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ຍຸກ​ໃໝ່. ມິດ​ຕະ​ພາບ​ລະ​ຫວ່າງ​ ສ​ປ​ປ ເກົາຫຼີ ກັບ ຈີນ​​ຈະ​ຖືກຮັດ​ແໜ້ນ​ຂຶ້ນ​ຕື່ມ ໂດຍ​ໄປ​ຕາມ​ທ່ວງ​ທ່າ​ຂອງ​ຍຸກ​ສະ​ໄໝ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ