ຊຸກ​ຍູ້​ການ​ບັນ​ລຸ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ​ແບບ​ຖອນ​ກົກ​ຖອນ​ຮາກ
2018-05-09 10:51:39  cri 
ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ຈີນ, ຍີ່​ປຸ່ນ ແລະ ສ.ເກົາຫຼີ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 9 ພຶດ​ສະ​ພາ​ນີ້​ວ່າ, ສະ​ຖາ​ນະ​ການ​ແຫຼມ​ເກົາຫຼີ​ພວມ​ຕົກ​ຢູ່​ໃນ​ໄລ​ຍະ​ຂໍ​ກະ​ແຈ, ຝ່າຍ​ຕ່າງໆ​ຄວນ​ເດີນ​ໄປ​ຕາມ​ສະ​ຖາ​ນະ​ການ, ກຳ​ໂອ​ກາດ​ນີ້ ເພື່ອ​ຊຸກ​ຍູ້​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ ແລະ ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖ​ຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ. ຕ້ອງ​ຍຶດ​ໝັ້ນ​ທິດ​ທາງ​ສົນ​ທະ​ນາ ແລະ ປອງດອງ​ກັນ, ຈີນ​ສະ​ໜັບ​ສະ​ໜູນ​ໃຫ້​ ສ​ປ​ປ ເກົາຫຼີ ແລະ ສ.ເກົາຫຼີ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ, ຂໍຊົມ​ເຊີຍ​ການ​ພົບ​ປະ​ກັນ​ລະ​ຫວ່າງ​ຜູ້​ນຳ​ເໜືອ-ໃຕ້​ຄັ້ງ​ທີ 3 ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ ແລະ ຄອງ​ຄອຍ​ໃຫ້​ການ​ພົບ​ປະ​ລ​ຫວ່າງ​ຜູ້​ນຳ ສ​ປ​ປ​ເກົາຫຼີ ກັບ ອາ​ເມ​ລິ​ກາ​ຈັດ​ຂຶ້ນ​ຢ່າງ​ສະ​ດວກ ແລະ ພວກ​ເຮົາ​ກໍ​ສະ​ໜັບ​ສະ​ໜູນ​ໃຫ້​ຝ່າຍ​ຕ່າງໆ​ສົນ​ທະ​ນາ​ກັນ​ໃນຫຼາຍ​ຮູບ​ແບບ, ຍຶດ​ໝັ້ນຫຼັກ​ການ​ແກ້​ໄຂ​ບັນ​ຫາ​ແບບ​ຖອນ​ກົກ​ຖອນ​ຮາກ, ຊຸກ​ຍູ້​ໃຫ້​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາຫຼີ​​ທາງ​ການ​ເມືອງ ແລະ ສ້າງ​ກົນ​ໄກ​ສັນ​ຕິ​ພາບ​ແຫຼມ​ເກົາຫຼີ ເພື່ອ​ບັນ​ລຸ​ສັນ​ຕິ​ພາບ​ຖາ​ວອນ​ຂອງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ