ກອງເກັບກູ້ມິນຢຸນນານກອງທັບປົດປ່ອຍປະຊາຊົນຈີນແຈ້ງວ່າ, ໄດ້ສຳເລັດການເກັບກູ້ມິນຢູ່ເຂດເລກ 4 ໃກ້ດ່ານທ່ຽນປາວເມືອງມາລີ້ໂພກິ່ງແຂວງເວີນຊ່ານແຂວງຢຸນນານຈີນ ແລະ ໄດ້ມອບພື້ນທີ່ 6 ໝື່ນກວ່າຕາແມັດຄືນໃຫ້ອຳນາດການປົກຄອງທ້ອງຖິ່ນ. ຈຳນວນ, ປະເພດ ແລະ ຄວາມຖີ່ໃນການຝັງມິນ ແລະ ລະເບີດຕ່າງໆລ້ວນແຕ່ເປັນອັນດັບໜຶ່ງໃນບັນດາສະໜາມມິນຢູ່ເຂດຊາຍແດນຈີນ-ຫວຽດນາມຕອນແຂວງຢຸນນານ.
ຂ່າວແຈ້ງຕື່ມວ່າ, ນາຍແລະພົນທະຫານຈີນສາມາດເກັບກູ້ມິນ ແລະ ລະເບີດຕ່າງໆໄດ້ 8200 ກວ່າໜ່ວຍ ແລະ ເຫຼັກເສດເຫຼືອເກືອບ 7 ໂຕນອອກຈາກສະໜາມມິນ.