ອີ​ຣານ​ກ່າວ​ວ່າ​ຈະ​ຈົ່ງ​ສັນ​ຍາ​ນິວ​ເຄ​ລຍໄວ້​ເປັນ​ການ​ຊົ່ວ​ຄາວ
2018-05-09 11:12:06  cri 
    ຕອນ​ຄ່ຳ​ວັນ​ທີ 8 ພຶດ​ສະ​ພານີ້, ທ່ານ ຮາ​ຊານ ຣູ​ຮາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ໄດ້​ກ່າວ​ປາ​ໄສ​ຜ່ານ​ທາງ​ໂທ​ລະ​ພາບ​ວ່າ, ເຖິງວ່າ​ອາ​ເມ​ລິ​ກາ​ຕົກ​ລົງ​ຖອນ​ອອກ​ຈາກ​ສັນ​ຍາ​ນິວ​ເຄ​ລຍ​ອີ​ຣານ​ແລ້ວ​ກໍ​ຕາມ, ແຕ່​ປະ​ເທດ​ຕົນ​ຈະ​ຈົ່ງ​ ​ສັນ​ຍາ​ໄວ້​ເປັນ​ການ​ຊົ່ວ​ຄາວ ທັງ​ຈະ​ປຶກ​ສາ​ຫາ​ລື​ກັບ​ຝ່າຍ​ອື່ນໆ​ທີ່​ກ່ຽວ​ຂ້ອງ​ໃນ​ສັນ​ຍາ.

    ທ່ານ ຣູ​ຮາ​ນີ ກ່າວ​ວ່າ, ນັບ​ແຕ່​ເວ​ລານີ້​ເປັນ​ຕົ້ນ​ໄປ, ສັນ​ຍາ​ນິວ​ເຄ​ລຍ​ອີ​ຣານ ໄດ້​ກາຍ​ເປັນ​ສັນ​ຍາ​ລະ​ຫວ່າງ​ປະ​ເທດ​ຕົນ​ກັບ 5 ຝ່າຍ​ອື່ນ. ໃນ​ການ​ປຶກ​ສາ​ຫາ​ລື​ໃນ​ຕໍ່​ໜ້າ, ຖ້າ​ຫາກວ່າ​ຜົນ​ປະ​ໂຫຍດ​ຂອງ​ອີ​ຣານ​ທີ່​ຖືກ​ກຳ​ນົດ​ໃນ​ສັນ​ຍາ ບໍ່​ສາ​ມາດ​ໄດ້​ຮັບ​ການ​ປົກ​ປ້ອງ, ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ອີ​ຣານ ກໍ​ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ກັ່ນ​ຢູ​ເຣ​ນຽມ​ຂຸ້ນ​ໃນ​ລະ​ດັບ​ໃດລະ​ດັບ​ໜຶ່ງ​ຄືນ​ໃໝ່. ທ່ານ​ຍັງ​ຕຳ​ໜິ​ອາ​ເມ​ລິ​ກາ​ທີ່​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຖືອີ​ຣານ​ເປັນ​ສັດ​ຕູ​ຕະຫຼອດ​ເກືອບ 40 ປີ​ຜ່ານ​ມາ ແລະ​ກໍ​ບໍ່​ໄດ້​ປະ​ຕິ​ບັດ​ພັນ​ທະ​ທີ່​ກຳ​ນົດ​ໄວ້​ໃນ​ສັນ​ຍາ​ນິວ​ເຄ​ລຍ​ທີ່​ເຊັນ​ກັນ​ເມື່ອ​ປີ 2015.

    ຕໍ່​ການ​ຂົ່ມ​ຂູ່​ທີ່​ຈະ​ຂວ້ຳ​ບາດ​ຂອງ​ອາ​ເມ​ລິ​ກາ, ທ່ານ ຣູ​ຮາ​ນີ ກ່າວ​ວ່າ, ເສດ​ຖະ​ກິດ​ປະ​ເທດ​ຕົນ​ຈະ​ບໍ່​​ຖືກ​ກະ​ທົບ ແລະ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ຕົນ ຍັງ​ສາ​ມາດ​ຮັກ​ສາ​ຄວາມ​ໜັກ​ແໜ້ນ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ