ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນມິງຈຳກັດໃຫ້ຮູ້ໃນວັນທີ 8 ພຶດສະພານີ້ວ່າ, ຫວ່າງມໍ່ໆມານີ້, ທາງລົດໄຟສາກົນຈີນ-ຫວຽດນາມໄດ້ແລ່ນລົດໄຟຮັກສາຄວາມເຢັນ ເພື່ອສົ່ງໝາກໄມ້ອາຊີຕາເວັນອອກສຽງໃຕ້ເຊັ່ນຫວຽດນາມ, ລາວ ແລະກຳປູເຈຍເປັນຕົ້ນໄປຂາຍຢູ່ຈີນ.
ຕອນຮຸ່ງເຊົ້າເວລາ 1 ໂມງຂອງວັນທີ 7 ພຶດສະພານີ້, ໝາກມັງກອນອາຊີຕາເວັນອອກສຽງໃຕ້ 7960 ແກັດຢູ່ໃນຕູ້ລົດໄຟຮັກສາຄວາມເຢັນ 9 ຕູ້ ໄດ້ແລ່ນອອກຈາກສະຖານີເຮີໂຂເໜືອແຂວງຢູນນານຂອງທາງລົດໄຟຄຸນມິງ-ຢີ້ຊີ່-ເຮີໂຂ ເຊິ່ງເປັນທາງລົດໄຟສາກົນຈີນ-ຫວຽດນາມ ເພື່ອໄປສູ່ເຂດໃນຂອງຈີນ.
ນີ້ແມ່ນລົດໄຟຮັກສາຄວາມເຢັນຂະບວນທຳອິດທີ່ບໍລິສັດທາງລົດໄຟຢູນນານເປີດບໍລິການລະຫວ່າງອາຊີຕາເວັນອອກສຽງໃຕ້ແລະຈີນ. ພາຍໃນ 5 ມື້ຕໍ່ໄປ, ໝາກມັງກອນ 7930 ແກັດເຫຼົ່ານີ້ ຈະປ້ອນຕະຫຼາດນະຄອນຊາງຊ່າ, ເຈີ້ງໂຈ່ວ, ນະຄອນຫຼວງປັກກິ່ງ ແລະແຫ່ງອື່ນໆ.