ຈີນ​ເຫັນ​ດີ​ໃຫ້ RQFII ​ແກ່​ຍີ່​ປຸ່ນ​ໃນ​ໂຄ​ຕາ 200 ຕື້ຢວນ
2018-05-09 17:09:20  cri 
    ຕອນ​ບ່າຍ​ວັນ​ທີ 9 ພຶດ​ສະ​ພານີ້, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ຊິນ​ໂຈະ ອາ​ເບະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ, ໂດຍ​ກ່າວ​ວ່າ, ພາຍ​ໃຕ້​ສະ​ຖາ​ນະ​ການ​ໃໝ່, ຈີນ​ແລະ​ຍີ່​ປຸ່ນ​ຄວນ​ປະ​ສານ​ກັບ​ຄວາມ​ຕ້ອງ​ການ​ການພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ໃຜ​ລາວ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳ​ຄັນ​ຕ່າງໆ, ເຊັ່ນ: ການ​ປະ​ຢັດ​ພະ​ລັງ​ງານ, ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ການ​ຜະ​ລິດ​ລະ​ດັບ​ສູງ, ການ​ເງິນ, ການ​ທະ​ນາ​ຄານ, ເສດ​ຖະ​ກິດ​ແບບ​ຊົມ​ໃຊ້​ຮ່ວມ​ກັນ, ການ​ຮັກ​ສ​າ​ສຸ​ຂະ​ພາບ, ການ​​ເບິ່ງ​ແຍງລ້ຽງດູ​ຜູ້​ສູງ​ອາ​ຍຸ ແລະ​ອື່ນໆ. ສອງ​ຝ່າຍ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ການ​ເຊັນ​ສັນ​ຍາ​​ການ​ແລກ​ປ່ຽນ​ເງິນ​ຕາ​ສະ​ກຸນ​ເງິນຕົນ​ໂດຍ​ໄວ, ທັງ​ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ຕະຫຼາດ​ການ​ທະ​ນາ​ຄານ ແລະ ຊຸກ​ຍູ້​ການ​ລົງ​ທຶນ​ໃຫ້​ມີ​ຄວາມ​ສະ​ດວກກວ່າ​ເກົ່າ. ຈີນ​ເຫັນ​ດີໃຫ້​ນັກ​ລົງ​ທຶນ​ທີ່​ເປັນ​ສະ​ຖາ​ບັນ​ຂອງ​ຕ່າງ​ປະ​ເທດ​ທີ່​​ຖືກ​ຕ້ອງຕາມ​ມາດ​ຖານ ຫຼື RQFII ​ ​ໃນ​ໂຄ​ຕາ 200 ຕື້ຢວນແກ່​ຍີ່​ປຸ່ນ ເພື່ອສະ​ໜັບ​ສະ​ໜູນ​ສະ​ຖາ​ບັນ​ການ​ທະ​ນາ​ຄານ​ຂອງ​ຍີ່​ປຸ່ນ​ຕັ້ງ​ໜ້າ​ລົງ​ທຶນ​ຢູ່​ຕະຫຼາດ​ເງິນ​ທຶນ​ຈີນ​ໂດຍ​ຜ່ານ RQFII. ຂະ​ນະ​ດຽວ​ກັນ, ຈີນ​​ກໍມີ​ທ່າ​ທີ​ອັນ​ຕັ້ງ​ໜ້າ​ຕໍ່​ການ​ສ້າງ​ຕັ້ງ​ທະ​ນ​າ​ຄານ​ຊຳ​ລະ​ສະ​ສາງ​ເງິນຢວນ​ຈີນ​ຢູ່​ນະ​ຄອນຫຼວງ​ໂຕ​ກຽວ​ຂອງ​ຍີ່​ປຸ່ນ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ