ນາ​ຍົກ​ຈີນ​ສົ່ງ​ໂທ​ລະ​ເລກຊົມ​ເຊີຍ​ນາ​ຍົກ​ຮົງ​ກາ​​ຣີ
2018-05-10 16:40:54  cri 
ວັນ​ທີ 9 ພຶ​ດ​ສະ​ພາ​ນີ້, ທ່ນ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ສົ່ງ​ໂທ​ລະ​ເລກຊົມ​ເຊີຍ​ໄປ​ຍັງ​ທ່ານວິກ​ໂຕ ໂອ​ບັນ, ​ໃນ​ໂອ​ກາດ​ທີ່​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮົງ​ກາ​​ຣີ​ອີກວາ​ລະ​ໜຶ່ງ.

ທ່ານ​ຫຼີ​ເຄີ້​ສຽງ ຊີ້​ໃຫ້​ເຫັນ​ວ່າ, ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະ​ຫວ່າງຈີນ​ແລະ​ຮົງ​ກາ​​ຣີ​ໄດ້​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມື​ດ້ານ​ກາ​ນ​ຄ້າ, ການ​ລົງ​ທຶນ, ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ອື່ນໆ​ມີ​ຜົນ​ງານ​ອັນ​ອຸ​ດົມ​ສົມ​ບູນ, ນີ້​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ສອງ​ຝ່າຍ​ເທົ່າ​ນັ້ນ, ຍັງ​ໄດ້​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ແລະ​ປະ​ເທດ​ຢູ່​ພາກ​ພື້ນ​ພັດ​ທະ​ນາ​ໄປ​ຂ້າງ​ໜ້າ. ​ພ້ອມ​ກັນ​ນັ້ນຈີນ​ກໍ​ຍິນ​ດີ​​ຮ່ວມ​​ກັບ​ຮົງ​ກາ​ຣີຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງປະ​ເທດ, ການ​ຮ່ວມ​ມື 16+1, ແລະ​ສາຍ​ພົວ​ພັນແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ສະ​ຫະ​ພາບ​ເອີ​ລົບ​ໃຫ້​​ສືບ​ຕໍ່​ຂະ​ຫຍາ​ຍ​ຕົວ​ຢ່າງ​ໝັ້ນ​ທ່ຽງແລະ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ