ນາ​ຍົກ​ຈີນພົບ​ປະ​ກັບ​ນາ​ຍົກ​ຍີ່​ປຸ່ນ
2018-05-10 16:43:08  cri 
ຕາມ​ຂ່າວ CRI: ຕອນ​ບ່າຍ​ວັນ​ທີ 9 ພຶດ​ສະ​ພາ​ນີ້, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​​ໄດ້​ພົບ​ປະກັບທ່ານ​ຊິນ​ໂຈະ ອາ​ເບະ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ຍີ່​ປຸ່ນ​ຢູ່​​ທີ່ ນະ​ຄອນ​ຫຼວງ​ໂຕ​ກຽວ​ປະ​ເທດ​ຍີ່​ປຸ່ນ.

ທ່ານ​ຫຼີ​ເຄີ້​ສຽງ ຊີ້​ໃຫ້​ເຫັນ​ວ່າ, ຍີ່​ປຸ່ນ​ໄດ້​ສົ່ງ​ສັນ​ຍານ​​ທີ່ຕັ້ງ​ໜ້າ​​ແລະສຳ​ຄັນ​ໃນ​ການ​ພົວ​ພັນ​ຕໍ່​ປະ​ເທດ​ຈີນ, ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​​ທ່ວງ​ທ່າ​ປັບ​ປຸງ​ໃຫ້​ດີ​ຂຶ້ນ, ການ​ຢ້ຽມ​ຢາມ​ຂອງ​ຂ້າ​ພະ​ເຈົ້າ​ຄັ້ງ​ນີ້​ເພື່ອ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ຍີ່​ປຸ່ນ​ກັບ​ຄືນ​ສູ່​​ວົງໂຄ​ຈອນ​​ໃຫ້​ເປັນປົກ​ກະ​ຕິ, ເຮັດ​ໃຫ້​ສາຍ​ພົວ​ພັນ​ຈີນ-ຍີ່​ປຸ່ນ​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ແລະ​ຍາວ​ນານ.

ທ່ານ​ຫຼີ​ເຄີ້​ສຽງ ກ່າວ​ເນັ້ນ​ວ່າ, ປີ​ນີ້​​ເປັນ​ປີ​ທີ່​ຈີນ​ແລະ​ຍີ່​ປຸ່ນ​ເຊັນ​ສັນ​ຍາ​ສັນ​ຕິ​ພາບ​ແລະ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຄົບ​ຮອບ 40 ປີ, ພວກ​ເຮົາ​ຄວນ​ທົບ​ທວນ​ຄືນ​​ຈິດໃຈ​ເຊັນ​ສັນ​ຍາ​ສັນ​ຕິ​ພາບ, ຖື​ປະ​ຫ​ວັດ​ສາດ​ເປັນ​ແວ່ນ​ແຍງ​ແລະ​ຫັນ​ໜ້າ​ໄປ​ສູ່​ອະ​ນາ​ຄົດ. ສອງ​ຝ່າຍ​ຄວນ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ພື້ນ​ຖານ​ຂອງ​ເອ​ກະ​ສານ​ການ​ເມືອງ​ລະ​ຫວ່າງ​ສອງ​ປະ​ເທດ 4 ສະ​ບັບ, ແລະ​ສະ​ແຫວງ​ຫາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ການ​ຂະ​ຫຍາຍ​ຕົວ​ໃໝ່​ບົນ​ພື້ນ​ຖານ​ດັ່ງ​ກ່າວ. ທ່ານ​ຫຼີ​ເຄີ້​ສຽງ​ ກ່າວ​ຕື່ມ​ວ່າ, ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ແມ່ນ​ແມ່​ແຮງ​ແລະ​ເສົາ​ຄ້ຳ​​ສຳ​ຄັນ​ຂອງ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ສອງ​ປະ​ເທດ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປະ​ຢັດ​ພະ​ລັງ​ງານ​ແລະ​ອະ​ນຸ​ລັ​ກ​ສິ່ງ​ແວດ​ລ້ອມ, ການ​ປະ​ດິດ​ສ້າງໃໝ່​ດ້ານ​ເຕັກ​ນິກວິ​ທະ​ຍາ​ສາດ​ແລະ​ອື່ນໆ.

ພາຍ​ຫຼັງ​​ສຳ​ເລັດການ​ພົບ​ປະ, ທ່ານ​ຫຼີ​ເຄີ້​ສຽງ​ແລະ​ທ່ານ​ຊິນ​ໂຈະ ອາ​ເປະ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ຮ່ວມ​ໃນ​ພິ​ທີ​ລົງ​ນາມ​ເອ​ກະ​ສານ​ຮ່ວມ​ມື​​ສອງ​ຝ່າຍຫຼາຍ​ສະ​ບັບ​ເຊັ່ນ​ວັດ​ທະ​ນະ​ທຳ, ການ​ປິ່ນ​ປົວ​ສາ​ທາ​ລະ​ນະ​ສຸກ, ການ​ຄ້າ​ດ້ານ​ການ​ບໍ​ລິ​ການ, ການ​ຮ່ວມ​ມື​ໃນ​ຕະ​ຫຼາດ​ທີ​ສາມ​, ການ​ສ້າງ​ກົນ​ໄກ​ພົວ​ພັນ​ຕໍ່​ທາງ​ທະ​ເລ​, ທາງ​ອາ​ກາດ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ