ນະຄອນຫຼວງ​ອັຟ​ກາ​ນິສະຖານ​ຖືກໂຈມ​ຕີ​ດ້ວຍລະ​ເບີດ 4 ຄັ້ງ
2018-05-10 15:04:07  cri 
ວັນ​ທີ 9 ພຶດສະພາ​ນີ້, ນະຄອນຫຼວງ​ກາ​ບູນປະ​ເທດ​ອັຟກາ​ນິສະຖານ​ໄດ້​ເກີດ​ເຫດການ​ໂຈມ​ຕີດ້ວຍລະ​ເບີດ 4 ​ຄັ້ງ ​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ 2 ຄົນ ​ແລະ​​ໄດ້​ຮັບບາດ​ເຈັບ 2 ຄົນ.
​ເຫດການລະ​ເບີດ​​ຄັ້ງທຳ​ອິດ​ໄດ້​ເກີດ​ຂຶ້ນ​ຢູ່​​ພາກ​ຕາ​ເວັນ​ຕົກນະຄອນຫຼວງ​ກາ​ບູນ​ໃນ​​ເວ​ລາ 11 ​ໂມງ 40 ນາທີ, ​ຄັ້ງ​ທີ​ສອງ​ເກີດ​ຂຶ້ນ​ໃນ​ເວລາ 11 ​ໂມງ 58 ນາທີ ​ເຊິ່ງໜ້ອຍກວ່າບໍ່​ຮອດ 1 ນາທີ​ຈາກ​ການ​ລະ​ເບີດ​ຄັ້ງ​ທີ​ສາມ ​​ເຊິ່ງລ້ວນ​​ແຕ່ເກີດ​ຢູ່​ເຂດລາດຕະ​ເວນ​ເລກ 10 ​ແລະ​ຄັ້ງ​ທີ 4 ​​ເກີດ​ຂຶ້ນ​ຢູ່​ເຂດ​ລາດຕະ​ເວນ​ເລກ 13. ​ປັດຈຸບັນ​ນີ້, ຍັງ​ບໍ່​ມີ​ກຸ່ມ ຫຼື ບຸກຄົນ​ໃດໆ​ປະກາດວ່າ​ເປັນ​ຜູ້​​ກໍ່​ເຫດການ​​ໂຈມຕີ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ