ນາ​ຍົກ​ຈີນ​ເຂົ້າ​ຢ້ຽມ​ຄຳ​ນັບ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາຫຼີ
2018-05-10 10:36:09  cri 
    ຕອນ​ບ່າຍ​ວັນ​ທີ 9 ພຶດ​ສະ​ພານີ້ ຢູ່​ນະ​ຄອນຫຼວງ​ໂຕ​ກຽວ​ແຫ່ງ​ຍີ່​ປຸ່ນ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບ​ທ່ານ ມຸນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີສ.ເກົາຫຼີ.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ຫຼີ​ເຄີ້​ສຽງ ໄດ້​ຝາກ​ຄຳ​ຢື້​ຢາມຖາມ​ຂ່າວ​ອັນ​ສະ​ໜິດ​ສະ​ໜົມ​ຂອງ​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຕໍ່​ທ່ານ ມຸນ​ເຈ​ອິນ. ທ່ານ ຫຼີ​ເຄີ້​ສຽງ ກ່າວ​ຕື່ມ​ວ່າ, ຈີນ​ແລະ​ສ.ເກົາຫຼີ​ແມ່​ນປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຕໍ່​ກັນ​ແລະ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ, ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ທາງ​ຍຸດ​ທະ​ສາດ​ກັບ​ສ.ເກົາຫຼີ, ຊຸກ​ຍູ້​ສະ​ຖາ​ນະ​ການ​ຂອງ​ພາກ​ພື້ນ​ໃຫ້​ຜ່ອນ​ຄາຍ​ລົງ​ຕື່​ມ​ອີກ, ຫວັງ​ວ່າ, ສ.ເກົາຫຼີ​ຈະ​ສືບ​ຕໍ່​ແກ້​ໄຂ​ບັນ​ຫາ​ລະ​ບົບ​ຕ້ານ​ຂີ​ປະ​ນາ​ວຸດ​ຫຼື "ທັດ" ໃຫ້​ເໝາະ​ສົມ.

    ທ່ານ ຫຼີ​ເຄີ້​ສຽງ ຊີ້​ໃຫ້​ເຫັນ​ວ່າ, ກອງ​ປະ​ຊຸມ​ຜູ້​ນຳ​ຈີນ-ຍີ່​ປຸ່ນ-ສ.ເກົາຫຼີ​ຄັ້ງ​ນີ້ ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ໃໝ່ຫຼາຍ​ຂໍ້​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ປົກ​ປັກ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ ແລະ​ອື່ນໆ. ຫຼັງ​ກອງ​ປະ​ຊຸມ, ຈີນ​ຈະ​ເປັນ​ປະ​ເທດ​ປະ​ທານ​ຂອງ​ກົນ​ໄກ​ການ​ຮ່ວມ​ມື​ຈີນ-ຍີ່ປຸ່ນ-ສ.ເກົາຫຼີ, ຫວັງ​ວ່າ​ຈະ​ຮ່ວມ​ກັບ​ຍີ່​ປຸ່ນ​ແລະ​ສ.ເກົາຫຼີ ເພື່ອ​ຊຸກ​ຍູ້​ຂະ​ບວນ​ການ​ຮ່ວມ​ມື​ສາມ​ປະ​ເທດ​ແລະ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ພາກ​ພື້ນ.

    ທ່ານ ມຸນ​ເຈ​ອິນ ກ່າວ​ວ່າ, ຊົມ​ເຊີຍກອງ​ປະ​ຊຸມ​ຜູ້​ນຳ​ສ.ເກົາຫຼີ-ຈີນ-ຍີ່​ປຸ່ນ​ທີ່​ໄດ້​ຮັບ​ຜົນ​ງານ​ຢ່າງ​ຕັ້ງ​ໜ້າ. ຫວັງ​ວ່າ, ສອງ​ຝ່າຍ​ຈະ​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ ແລະ​ການ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ