ປະ​ຊາ​ຊົນ​ພູ​ອູ​ຢີ​ເຂົ້າ​ຮ່ວມ​ການ​ສະ​ແດງວັດ​ທະ​ນະ​ທຳ​ຊາ
2018-05-10 16:39:46  cri 


ພາບນີ້​ຄື​ນັກ​ສະ​ແດງ​ກຳ​ລັງ​ສະ​ແດງ​ລາຍ​ການ​ທີ່​ມີ​ທິວ​ທັດ​ຕົວ​ຈິງ​ເປັນ​ສາກ​ທີ່​ມີ​ຊື່​ວ່າ "ພາບ​ປະ​ທັບ​ໃຈ​ຕໍ່​ຊາ​ຕ້າ​ຮົງ​ພາວ" ຖ່າຍ​ໃນ​ວັນ​ທີ 9 ພຶດ​ສະ​ພານີ້.
ການ​ສະ​ແດງ​ດັ່ງ​ກ່າວ ໄດ້​ກຳ​ນົດ​ເອົາ​ພູ​ອູ​ຢີ​ແລະ​ແມ່​ນ້ຳ​ຢູ່​ບໍ​ລິ​ເວນ​ນັ້ນ​ເປັນ​ສາກ ໂດຍ​ມີ​ຫົວ​ຂໍ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຊາ​ພູ​ອູ​ຢີ, ເຊິ່ງ​ໄດ້​​ປະ​ສົມປະ​ສານ​ກັບ​ທິວ​ທັດ​ທຳ​ມະ​ຊາດ, ວັດ​ທະ​ນະ​ທຳ​ຊາ ແລະ​ຮີດ​ຄອງ​ປະ​ເພ​ນີ​ເຂົ້າ​ໃນ​ລາຍ​ການ​ເປັນ​ຢ່າງ​ດີ, ຂະ​ນະ​ທີ່​ນັກ​ສະ​ແດງ​ເກືອບ 2/3 ແມ່ນ​ປະ​ຊາ​ຊົນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ພູ​ອູ​ຢີ.
ພູ​ອູ​ຢີ ຕັ້ງ​ຢູ່​ລະ​ຫວ່າງ​ແຂວງ​ຈ່ຽງ​ຊີ່​ແລະ​ແຂວງ​ຟູ​ຈ້ຽນ, ຕ້າ​ຮົງ​ພາວ ແມ່ນ​ຊາ​ທີ່​ມີ​ຊື່​ສຽງ​​ຢູ່​ແຫ່ງນີ້. ການ​ສະ​ແດງ "ພາບ​ປະ​ທັບ​ໃຈ​ຕໍ່​ຊາ​ຕ້າ​ຮົງ​ພາວ" ເລີ່ມ​ສະ​ແດງ​ແຕ່​ປີ 2010 ມາ​ຮອດ​ປັດ​ຈຸ​ບັນ ໄດ້​ສະ​ແດງ​ເກືອບ 3400 ຮອບ ແລະ​ມີ​ຜູ້​ຊົມຫຼາຍກວ່າ 4,5 ລ້ານ​ເທື່ອ​ຄົນ.

1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ