ກອງ​ປະ​ຊຸມ​ສຸດຍອດ​ຫຸ່ນ​ຍົນ​ຈີນ​ຄັ້ງ​ທີ 5 ຈັດ​ຂຶ້ນ​ຢູ່​ເມືອງ​ຢີ​ວ໌​ຢາວ
2018-05-11 11:32:44  cri 
ກອງ​ປະ​ຊຸມ​ສຸດຍອດ​ຫຸ່ນ​ຍົນ​ແລະ​ກ​ອງ​ປະ​ຊຸມ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເສດ​ຖະ​ກິດ​ສະ​ມາດ​ຈີນ​ຄັ້ງ​ທີ 5 ໄດ້​ຈັດ​ຂຶ້ນ​ໃນ ວັນ​ທີ 10 ພຶດ​ສະ​ພາ​ນີ້ຢູ່​ເມືອງ​ຢີ​ວ໌​ຢາວ ແຂວງ​ເຈີ້​ຈ່ຽງ, ​ມີຜູ້​ປະ​ກອບ​ການ​ດີ​ເດັ່ນ 1500 ກວ່າ​ຄົນ​ຈາກ 18 ປະ​ເທດ​ແລະ​ເຂດ​ແຄວ້ນເຂົ້າ​ຮ່ວມ ແລະ​ໃນໄລ​ຍະກອງ​ປ​ະ​ຊຸມ​ໄດ້​ມີ​ການ​ເຊັນ​ສັນ​ຍາ 24 ໂຄງ​ການ​ທີ່​ມີ​ຍອດ​ມູນ​ຄ່າ​ການ​ລົງ​ທຶນ​ເຖິງ 43 ຕື້ 250 ລ້ານຢວນຫຼື​ປະ​ມານ 6 ຕື້ 800 ລ້ານ​ໂດ​ລາ​ສະ​ຫະ​ລັດ.

ທ່ານ​ຊາວ​ຈ້ຽນ​ລິນ ຮອງ​​ປະ​ທານ​ຄະ​ນະ​ກຳ​ມະ​ການ​​ການ​ສຶກ​ສາ,​ວິ​ທະ​ຍາ​ສາດ​,ສາ​ທາ​ລະ​ນະ​ສຸກແລະກິ​ລາຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຢືນ​ຢັນ​ວ່າ, ການ​ພັດ​ທະ​ນາ​ຂອງ​ຫຸ່ນ​ຍົນ​ຈີນ​ໃນ​ຊູ່​ມື້​ນີ້​ ຈາກໄລ​ຍະ "ການ​ບໍ່​ມີ​ຮອດ​ມີ"​ເຂົ້າ​ສູ່​ໄລ​ຍະ​ໃໝ່​ທີ່​ເຊື່ອມ​ໂຍງ​ເຂົ້າ​ກັນ​ຢ່າງ​ເລິກ​ເຊິ່ງ, ໃນ​ຂະ​ບວນ​ການ​ນີ້, ຕ້ອງ​ການຊ່​ຽວ​ຊານ​ຈາກ​ບັນ​ດາ​ຂົງ​ເຂດ,ບັນ​ດາ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ​ແລະ​ແລກ​ປ່ຽນ​ກັນ​ໃນຫຼາຍ​ຊ່ອງ​ທາງຕາມຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ.
ທ່ານ​ຊາວ​ຈ້ຽນ​ລິນ​ກ່າວ​ຕື່ມ​ວ່າ: ຈີນ​ມີ​ຕະຫຼາດກວ້າງ​ຂວາງ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້ ແລະ​ຍັງ​ມີ​ສະ​ຖານ​ທີ່​ທົດ​ລອງ​ທີ່​ກ້າວ​ໜ້າ​ທັນ​ສະ​ໄໝ. ຈີນ​ຍິນ​ດີ​ປະ​ຕິ​ບັດ​ວຽກ​ງານ​ບໍ​ລິ​ການ​ກ່ຽວ​ຂ້ອງ​ໃຫ້​ດີ, ຫວັງ​ວ່າ​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ຈະ​ຮ່ວມ​ກັບ​ຊ່ຽວ​ຊານ​ຈີນ ​ພະ​ຍາ​ຍາມ​​ປະ​ຕິ​ບັດ​ວຽກ​ງານໃນ​ຂົງ​ເຂດ​ນີ້ຢູ່​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ