ທົ່ວ​ປະ​ເທດ​ຈີນ​​ຈັດ​ກິດ​ຈະ​ກຳ​ຕ່າງໆ​ເພື່ອ​ສົ່ງ​ເສີມ​ການ​ຊ່ວຍ​ເຫຼືອ​ຄົນ​ພິ​ການ
2018-05-11 16:47:05  cri 

ຈີນ​ໄດ້​ກຳ​ນົດ​ເອົາ​ອາ​ທິດ​​ທີ 3 ຂອງ​ເດືອນ​ພຶດ​ສະ​ພາ​ທຸ​ກ​ປີ​ເປັນ​ວັນ​ຊ່ວຍ​ເຫຼືອ​ຄົນ​ພິ​ການ​ທົ່ວ​ປະ​ເທດ. ວັນ​ທີ 20 ພຶດ​ສະ​ພາ​ 2018 ນີ້​ເປັນ​ວັນ​ຊ່ວຍ​ເຫຼືອ​ຄົນ​ພິ​ການ​ທົ່ວ​ປະ​ເທດ​ຄັ້ງ​ທີ 28 . ຕາມ​ຂ່າວ​ແຈ້ງວ່າ: ຮອດ​ມື້​ນັ້ນ, ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຈີນ​ຈະ​ຈັດ​ກິດ​ຈະ​ກຳ​ຕ່າງໆ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້ "​​ເປົ້າ​ໝາຍການສ້າງ​ສັງ​ຄົມ​ອິ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຮອບ​​ດ້ານ​ຕ້ອງ​ເຂົ້າ​ເຖິງ​ຄົນ​ພິ​ການ​ທຸກ​ຄົນ" ເພື່ອ​ລະ​ດົມ​ຂົນ​ຂວາຍ​ທົ່ວ​ສັງ​ຄົມ​ຊ່ວຍ​ເຫຼືອ​ຄົນ​ພິ​ການ​ດ້ວຍ​ການ​ແກ້​ໄຂ​ບັນ​ຫາ​ຕົວ​ຈິງ​ໃຫ້​ຄົນ​ພິ​ການ.


ຫຼາຍ​ພາກ​ສ່ວນ​ເຊັ່ນ​ສະ​ຫະ​ພັນ​ຄົນ​ພິ​ການ​ຈີນ​ໄດ້​ແຈ້ງ​ຂ່າວ​ໃນ​ເມື່ອ​ມໍ່ໆ​ນີ້​ວ່າ: ໃນ​ໄລ​ຍະ​ການ​ສະຫຼອງວັນ​ຊ່ວຍ​ເຫຼືອ​ຄົນ​ພິ​ການ​ທົ່ວ​ປະ​ເທດ​ປີ​ນີ້, ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຈະ​ເປີດ​ເຜີຍ​ຂໍ້​ມູນ​ລາຍ​ລະ​ອຽດກ່ຽວ​ກັບ​ກິດ​ຈະ​ກຳ​ໃນວັນ​ສຳ​ຄັນ​ນີ້​ຜ່ານ​ວີ​ເຊັດ,ໄມ​ໂຄ​ຣ​ບຼ໋ອກ​ແລະ​ຊ່​ອງ​ທາງ​ອື່ນໆ ທັງ​ໃຊ້​ຮູບ​ແບບ​ຕ່າງໆ​ເປັນ​ຕົ້ນການ​ແຈກ​ແຜ່ນ​ພັບ,​ຕິດ​ໃບ​ໂຄ​ສະ​ນາ,ສ້າງ​ແລະ​ລົງ​ໂຄ​ສະ​ນາ​ເພື່ອ​ສາ​ທາ​ລະ​ນະ​ປະ​ໂຫຍ​ດ​ໃນ​ສື່​ຕ່າງໆ​ເຊັ່ນ​ໜັງ​ສື​ພິມ,ວາ​ລະ​ສານ, ວິ​ທະ​ຍຸ,ໂທ​ລະ​ພາບ​ແລະ​ອື່ນໆ​​​ເພື່ອລະ​ດົມໃຫ້​ທົ່ວ​ສັງ​ຄົມ​​ໃຫ້​ຄວາມ​ສຳ​ຄັນ​ແລະ​ເຂົ້າ​ໃຈ​ຄົນ​ພິ​ການຫຼາຍ​ຂຶ້ນ, ສົ່ງ​ເສີມ​ໃຫ້ຄົນ​ໃຈ​ບຸນ​ແລະ​ອົງ​ການ​ຕ່າງໆ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ຊ່ວຍ​ເຫຼືອ​ຄົນ​ພິ​ການ​ໃຫ້ຫຼາຍກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ