ທ່ານກິ​ມ​ເຈິ​ງອຸນ​​ພົບ​ປະ​ກັບ​ທ່ານ​ໄມ​ຄພົມ​ເພ​ວ ລັດຖະມົນຕີກະຊວງ​ການ​ຕ່າງ​ປະ​ເທດອາ​ເມ​ລິ​ກາ
2018-05-11 14:59:39  cri 
ວັນ​ທີ 9 ພຶ​ດສະພາ​ນີ້, ທ່ານ​ກິມ​ເຈິ​ງອຸນ ຜູ້ນຳ​ສູງ​ສຸດສປປ.​ເກົາຫຼີ​ໄດ້​ພົບ​ປະ​ກັບ​ທ່ານ​ໄມ​ຄ ພົມ​​ເພ​ວ ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ ​​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ: ການ​ພົບ​ປະລະ​ຫວ່າງ​ຜູ້ນຳສປປ.​ເກົາຫຼີ ​ແລະ​ອາ​ເມ​ລິ​ກາ​ທີ່​ຈະ​ມາ​ເຖິງ​ນີ້​ແມ່ນ​ການ​ພົບ​ປະ​ທີ່​ມີລັກສະນະ​ປະຫວັດສາດ. ​ພ້ອມ​ກັນ​ນັ້ນ, ​ທ່ານ​ກິມ​ເຈິ​ງອຸນຍັງນີລະ​ໂທດ​ກຳຊາວອາ​ເມ​ລິ​ກາ​ທີ່ຖືກ​ກັກຕົວ​ຢູ່​ສປປ.​ເກົາຫຼີ ​ແລະ​ສົ່ງ​ຄືນ​ໃຫ້​ແກ່​ອາ​ເມ​ລິ​ກາ​ອີກ​ດ້ວຍ.

ການ​​ຢ້ຽມຢາມຂອງ​ທ່າ​ນພົມ​ເພ​ວ​ແມ່ນ​ເພື່ອ​ສົ່ງຄວາມ​ເຫັນຂອງ​ທ່ານ​ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ໃຫ້​ທ່ານ​ກິມ​ເຈິ​ງອຸນຮັບ​ຊາບ ​ແລະ​ກະກຽມ​ໃຫ້ການ​ພົບ​ປະລະ​ຫວ່າງ​ຜູ້ນຳ​ສປປ.​ເກົາຫຼີ ​ແລະ​ອາ​ເມ​ລິ​ກາ. ທ່ານ​ກິມ​ເຈິ​ງອຸນ​ໄດ້ຕີ​ລາຄາ​ສູງ ​ແລະ​ຊົມ​ເຊີຍ​ຕໍ່ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ​ທີ່​ຍິນ​ດີ​ແກ້​ໄຂ​ບັນຫາ​ໂດຍຜ່ານການ​ເຈລະຈາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ