ອາ​ເມ​ລິ​ກາ​ປະກາດ​ຂວ້ຳ​ບາດ​ຕໍ່ອີຣານຮອບ​ໃໝ່
2018-05-11 15:00:43  cri 
ຫຼັງ​ຈາກ​ທ່ານ​ໂດ​ນັນ ທຣຳ ປະທານາທິບໍ​ດີ​ອາ​ເມ​ລິ​ກາ​ໄດ້​ປະກາດ​ວ່າອາ​ເມລິ​ກາ​ໄດ້​ຖອນ​ອອກ​ຈາກ​ສັນຍາ​ນິວ​ເຄຼຍອີຣານ ​ແລະ​ຈາກ​ນັ້ນ​ມາສອງ​ມື້​ ຄື ວັນ​ທີ 10 ພຶດສະພາ​ນີ້,ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ກໍ​ປະກາດຂວ້ຳ​ບາດ​​ຕໍ່​ປະ​ເທດ​ອີຣານຮອບ​ໃໝ່.

​ເທື່ອ​ນີ້​ໄດ້​ຂວ້ຳ​ບາດ​ບຸກຄົນ​ອີຣານ 6 ຄົນ ​ແລະ​ບໍລິສັດ 3 ​ແຫ່ງ ​ເຊິ່ງ​ໄດ້​ອາ​ຍັດ​​ຊັບ​ສິນ​ຂອງ​ເຂົາ​ໃນ​ປະ​ເທດ​ອາ​ເມ​ລິ​ກາ ​ແລະ​ຫ້າມພົນລະ​ເມືອງ​ອາ​ເມ​ລິ​ກາ​ພົວພັນ​ດ້ານການ​ຄ້າ​ກັບ​ບຸກຄົນ ຫຼື ບໍລິສັດ​ດັ່ງກ່າວ.

ກະຊວງການ​ເງິນ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼ​ງການ​​ໃນ​ວັນ​ດັ່ງກ່າວ​ວ່າ: ບຸກຄົນ ​ແລະ​ບໍລິສັດ​ທີ່​ຖືກ​ຂວ້ຳ​ບາດ​ດັ່ງກ່າວ​ໄດ້​ໂອນ​ເງິນຫຼາຍ​ກວ່າ 1 ລ້ານ​​ໂດ​ລາ​ສະຫະລັດໃຫ້​ກອງທັບ​ປະຕິວັດ​ອິດສະ​ລາມອີຣານໂດ​ຍຜ່ານ​ສຳນັກງານ​ທີ່​ຕັ້ງ​ຢູ່​ອາຣັບ​ເອມີ​ເຣດ, ​ແລະທຶນ​ຈຳນວນ​ນີ້​ກໍ​ຖືກ​ສົ່ງ​ໃຫ້​ກຸ່ມ​ກໍ່​ການ​ຮ້າຍ​ຢູ່​​ເຂດຕ​າ​ເວັນ​ອອກ​ກາງ. ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ກ່າວ​ວ່າ: ທະນາຄານກາງ​ອີຣານ​ໄດ້​ຊ່ວຍ​ເຫຼືອ​ບຸກຄົນ ​ແລະ​ບໍລິສັດ​ທີ່​ຖືກ​ຂວ້ຳ​ບາດ​​ໃນ​ການ​ໂອນ​ທຶນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ