ທ່ານຫຼີ​ເຄີ້​ສຽງ​ເຂົ້າ​ຢ້ຽມ​ຄຳ​ນັບ​ເຈົ້າ​ຈັກ​ກະ​ພັດ​ອະ​ກິ​ຮິ​ໂຕະ​ຍີ່​ປຸ່ນ
2018-05-11 14:40:31  cri 
ຕອນ​ເຊົ້າ​ວັນ​ທີ 10 ພຶດ​ສະ​ພາ​ນີ້, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບ​​ເຈົ້າ​ຈັກ​ກະ​ພັດ​ອະ​ກິ​ຮິ​ໂຕະ​ຍີ່​ປຸ່ນຢູ່​ພະ​ລາ​ຊະ​ວັງ​ນະ​ຄອນຫຼວງ​ໂຕ​ກຽວ​ປະ​ເທດ​ຍີ່​ປຸ່ນ.

ກ່ອນ​ອື່ນ, ທ່ານຫຼີ​ເຄີ້​ສຽງ​ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄປ​ຍັງ​ເຈົ້າ​ຈັກ​ກະ​ພັດ ໂດຍ​ກ່າວ​ວ່າ, ປີ​ນີ້​ເປັນ​ປີ​ທີ່​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ສັນ​ຕິ​ພາບ​​ແລະ​ໄມ​ຕີ​ຈິດມິດ​ຕະ​ພາບ​ຈີນ-ຍີ່​ປຸ່ນ​ຄົບ​ຮອບ 40 ປີ. ຈີນ​ຫວັງ​ໃຫ້​ຜ່ານ​ຈາກ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ທົບ​ທວນ​ຄືນ​ຈິດ​ໃຈ​ຂອງ​ສັນ​ຍາ​ດັ່ງ​ກ່າວ ເພື່ອ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຈີນ-ຍີ່​ປຸ່ນ​ກັບ​ຄືນ​ສູ່​ວົງ​ໂຄ​ຈອນເປັນ​ປົກະ​ຕິ ແລະ ມີ​ຄວາມ​ກ້າວ​ໜ້າ​ໃໝ່.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ຕື່ມ​ວ່າ, ໃນ​ໄລ​ຍະ​ຢ້ຽມ​ຢາມ​ຄັ້ງ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ຊິນ​ໂຈ ອະ​ເບະ, ປະ​ທານ​ສອງ​ສະ​ພາ, ຜູ້​ຕາງ​ໜ້າ​ພັກ​ຝ່າຍ​ຕ່າງໆ ແລະ ບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ຍີ່​ປຸ່ນ ແລະ ຍັງ​ຈະ​ໄປ​ຢ້ຽມ​ຢາມ​ໂຮະ​ກາ​ອິ​ໂຕະ ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ​ທ້ອງ​ຖິ່ນ​ລະ​ຫວ່າງ​ສອງ​ປະ​ເທດ. ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ດ້ານ​ບຸກ​ຄະ​ລາ​ກອນ​ກັບ​ຍີ່​ປຸ່ນ, ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຈີນ-ຍີ່​ປຸ່ນ​ຂະ​ຫຍາຍ​ຕົວ​ຢ່າງ​ໜັກ​ແໜ້ນ, ປອດ​ໃສ ແລະ ຖາ​ວອນ.

​​ໂອ​ກາດ​ນີ້, ເຈົ້າ​ຈັກ​ກະ​ພັດ​ອະ​ກິ​ຮິ​ໂຕະ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ອວຍ​ພອນ​ຕໍ່​ທ່ານຫຼີ​ເຄີ້​ສຽງ​​ທີ່​ຢ້ຽມ​ຢາມ​ຍີ່​ປຸ່ນ​ຢ່າງ​ເປັນ​​ທາ​ງການ​ໃນ​ປີ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ນີ້, ຫວັງ​ໃຫ້​ການຢ້ຽມ​ຢາມ​ຄັ້ງ​ນີ້​ເປັນ​ການຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ ແລະ ​ໃຫ້​ການ​ຢ້ຽມ​ຢາມຄັ້ງ​ນີ້​ຂອງ​ທ່າ​ນ​​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ