ຄວາມ​ເຫັນ​ຂອງເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​​ກ່ຽວ​ກັບ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ປະ​ດິດ​ສ້າງ​ໃໝ່​ລະ​ຫວ່າງ​ຈີນ-ອາ​ຊຽນ
2018-05-11 14:44:03  cri 
ຕອນ​ບ່າຍ​ວັນ​ທີ 9 ພຶດ​ສະ​ພາ​ນີ້, ທ່ານ​ຮວງ​ຊີ​ລຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​ພິ​ທີສ້າງ​ຕັ້ງ​ສູນ​ຄົ້ນ​ຄວ້າ​ການ​ສ້າງ​ທຸ​ລະ​ກິດ​ການປະ​ດິດ​ສ້າງ​ໃໝ່​ອາ​ຊຽນ​ຂອງ​ວິ​ທະ​ຍາ​ໄລປະ​ຊາ​ສຳ​ພັນລອນດອນ ໂຮງ​ຮຽນ​ຊັ້ນ​ສູງ​ທີ່​ມີ​ຊື່​ສຽງ​ຂອງ​ອິນ​ໂດ​ເນ​ເຊຍ ຕາມ​ຄຳ​ເຊີນ ແລະ ຮ່ວມ​ກັບ​ທ່ານ​ໂຈ​ຮາ​ຣີ ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິນ​ໂດ​ເນ​ເຊຍ​ປະ​ຈຳ​ຈີນ ເຜີຍ​ແຜ່​ສະ​ພາບ​ການ​ທີ່​ທ່ານຫຼີ​ເຄີ້​ສຽງ ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ຈີນ​ຢ້ຽມ​ຢາມ​ສຳ​ນັກ​ງານ​ເລ​ຂາ​​ອາ​ຊຽນ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຈີນ ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປະ​ດິດ​ສ້າງ​ໃໝ່​ລະ​ຫວ່າງ​ຈີນ-ອາ​ຊຽນ.

ທ່ານ​ຮວງ​ຊີ​ລຽນ​ກ່າວ​ວ່າ, ທ່ານ​ນາ​ຍົກຫຼີ​ເຄີ້​ສຽງ​ໄດ້​ຢ້ຽມ​ຢາມ​ສຳ​ນັກ​ງານເລ​ຂາ​ອາ​ຊຽນ​ຢ່າງ​ສຳ​ເລັດ​ຜົນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ແລະ ຊີ້​ອອກວ່າ, ການ​ຮ່ວມ​ມື​ການ​ປະ​ດິດ​ສ້າງ​ໃໝ່​ອາດ​ຈະ​ສາ​ມາດ​ກາຍ​ເປັນ​ຈຸດ​ເຕີບ​ໂຕ​ໃໝ່​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ.

ທ່ານ​ຮ​ວງ​ຊີ​ລຽນ​ໄດ້​ເຜີຍ​ແຜ່​ຜົນ​ສຳ​ເລັດ​ອັນ​ພົ້ນ​ເດັ່ນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ນັບ​ແຕ່​ຈີນ​ດຳ​ເນີ​ນ​ການ​ປະ​ຕິ​ຮູບ ແລະ ໄຂ​ປະ​ຕູ​ສູ່​ພາຍນອກ​ເປັນ​ຕົ້ນ​ມາ ດ້ວຍ​​ລາຍ​ລະ​ອຽດ​ຕ່າງໆ ແລະ ເນັ້ນ​ໃສ່​ເຜີຍ​ແຜ່​ບົດ​ຮຽນ​ສຳ​ເລັດ​ຜົນ​ຂອງ​ຈີນ​ໃນ​ການ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ດີ​ຈີ​ຕອນ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ໃນຫຼາຍ​ປີ​ມໍ່ໆ​ມາ​ນີ້ ໂດຍ​ຊີ້​ອອ​ກວ່າ, ຈີນ​ ແລະ ອາ​ຊຽນ​ລ້ວນ​ແຕ່​ເປັນ​ຫົວຈັກ​​ຂອງການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ​​ທົ່ວ​ໂລກ, ສອງ​ຝ່າຍ​ມີ​ຄ​ວາມ​ບົ່ມ​ຊ້ອນ​ອັນ​ມະ​ຫາ​ສານ​ໃນ​ດ້ານ​ນີ້. ຈີ​ນ​ຍິນ​ດີ​ແບ່ງ​ປັນ​ບົດ​ຮຽນ​​ສຳ​ເລັດ​ຜົນໃນ​ດ້ານ "ອິນ​ເຕີ​ເນັດ +", "ມວນ​ຊົນ​ສ້າງ​ທຸ​ລະ​ກິດ​ມວນ​ຊົນ​ປະ​ດິດ​ສ້າງ​ໃໝ່" ແລະ ອື່ນໆ ກັບ​​ອາ​ຊຽນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ​ໃນ​ດ້ານ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ທຸ​ລະ​ກິດ​ເອ​ເລັກ​ໂຕຼນິກ, ເສດ​ຖະ​ກິດ​ແບ່ງ​ປັນ ແລະ ອື່ນໆ.

ທ່ານ​ໂຮ​ເຊ ແລະ ທ່ານ​ໂຈ​ຮາ​ຣີ​ລ້ວນ​ແຕ່​ກ່າວ​ວ່າ, ບັນ​ດາ​ປະ​ເທດ​ອາຊຽນ ເຊິ່ງ​ລວມ​ທັງອິນ​ໂດ​ເນ​ເຊຍ​ມີ​ທ່າ​ແຮງ​ຂອງ​ຕົນ​ໃນ​ກາ​ນ​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ ແລະ ມີ​ຄວາມ​ບົ່ມ​ຊ້ອນ​ຢ່າງຫຼວງຫຼາຍ. ເສດ​ຖ​ະ​ກິດ​ດີ​ຈີ​ຕອນ​ຂອງ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ເປັນ​ລະ​ດັບ​ນຳ​ໜ້າ​ຂອງ​ໂລກ, ຈະ​ສາ​ມາດ​ສະ​ໜອງ​ທຶນ​ຮອນ, ເຕັກ​ນິກ ແລະ ຫົວ​ຄິດ​ປະ​ດິດ​ສ້າງ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງວິ​ສາ​ຫະ​ກິດ​ອາ​ຊຽນ​ທີ່​ຕ້ອງ​ການ​ດ່ວນ ແລະ ສອງ​ຝ່າຍ​ມີ​ອະ​ນາ​ຄົດ​​ການ​ຮ່ວມ​ມືອັນ​ກວ້າງ​ຂວາງ​ໃນ​ດ້ານ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ