ທ່ານ​ສີ ຈິ້ນ ຜິງສົ່ງ​​ສານໄປ​ຍັງ​ກອງ​ປະ​ຊຸມ​ສຳ​ມະ​ນ​າ​ສາ​ກົນ​ກ່ຽວ​ກັບ​ໄພ​ແຜ່ນ​ດິນ​ໄຫວທີ່​ເກີດ​ຂຶ້ນ​ຢູ່​ເຂດ​ເວີ້ນ​​ຊ່ວນ​ແຂ​ວງ​ເສ​ສວນ​ຈີນ​ຄົບ​ຮອບ 10 ປີກໍ​ຄື​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ກ່ຽວ​ກັບ​ໄພ​ແຜ່ນ​ດິນ​ໄຫວ​ຢູ່​ແຜ່ນ​ດິນ​ໃຫຍ່​ຄັ້ງ​ທີ 4
2018-05-12 17:12:43  cri 
ວັນ​ທີ 12 ພຶດ​ສະ​ພາ​ນີ້, ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ໄພ​ແຜ່ນ​ດິນ​ໄຫວທີ່​ເກີດ​ຂຶ້ນ​ຢູ່​ເຂດ​ເວີ້ນ​ຊ່ວນ​ແຂ​ວງ​ເສ​ສວນ​ຈີນ​ຄົບ​ຮອບ 10 ປີ ກໍ​ຄື​ກອງ​ປະ​ຊຸມສຳ​ມະ​ນາ​ສາ​ກົນ​ກ່ຽວ​ກັບໄພ​ແຜ່ນ​ດິນ​ໄຫວຢູ່​ແຜ່ນ​ດິນ​ໃຫຍ່​ຄັ້ງ​ທີ 4 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ເສີງ​ຕູ​ແຂວງ​ເສ​ສວນ​ຂອງ​ຈີນ, ທ່ານ​ສີ ຈິ້ນ ຜິງ, ປະ​ທານ​ປະ​ເທ​ດຈີນ​ໄດ້​ສົ່ງ​ສານ​ໄປ​ຍັງ​ງານ​ສຳ​ມະ​ນາຄັ້ງ​ນີ້.

ທ່ານ​ສີ ຈິ້ນ ຜິງ​ຊີ້​ອອກວ່າ, ປີ​ນີ້​ແມ່ນ​ປີ​ທີ່​​ເກີດ​ໄພ​ແຜ່ນ​ດິນ​ໄຫວ​ເວີ້ນ​ຊ່ວນຄົບ​ຮອບ 10 ປີ. ພາຍ​ໃຕ້​ການ​ນຳ​ພາ​ຢ່າງ​ເຂັ້ມ​ແຂງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ວຽກ​ງານ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່​ຢູ່​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວເວີ້ນ​ຊ່ວນໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ປະ​ຈັກ​ຕາ​ຊາວ​ໂລກ, ເຊິ່ງ​ໄດ້​ສະ​ໜອງ​ປະ​ສົບ​ການ​ແລະ​ແນວ​ຄິດທີ່​ດີ​ໃຫ້​ແກ່​ປະ​ຊາ​ຄົມ​ໂລກ​ໃນ​​ການ​ດຳ​​ເນີນ​ການສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່ພາຍ​ຫຼັງ​ໄດ້​ເກີດ​ໄພ​ທຳ​ມະ​ຊາດ.

ທ່ານນ​ສີ​ ຈິ້ນ ຜິງ​​ຍັງກ່າວ​ເນັ້ນ​ວ່າ, ການຊອກ​​ຮູ້​ກົດ​ເກນ​ທີ່​ພາ​ໃຫ້​ເກີດ​ໄພ​ທຳ​ມະ​ຊາດ​ດ້ວຍສາຍ​ຕາ​ວິ​ທ​ະ​ຍາ​ສາດ, ຫຼຸດ​ຄວາມ​ສ່ຽງ​ຂອງ​ໄພ​ທຳ​ມະ​ຊາດ​ໃຫ້​ໜ້ອຍ​ລົງຢ່າງ​ບັງ​ເກີດ​ຜົນ, ເຮັດ​ໃຫ້​ມວນ​ມະ​ນຸດ​ກັບ​ທຳ​ມະ​ຊາດ​ຢູ່​ນຳ​ກັນ​ຢ່າງ​ກົມ​ກຽວ​ກັນ, ຕ້ອງ​ການ​ຄວາ​ມ​ພະ​ຍາ​ຍາມ​​ຮ່ວມ​​ຂອງ​ປະ​ຊ​າ​ຄົມ​ໂລກ. ຈີນ​ຈະ​ຍຶດ​ໝັ້ນ​ແນວ​ຄິດການ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ຍຶດ​ໝັ້ນຖື​ການ​ປ້ອງ​ກັນ​ເປັນ​ຫຼັກ, ເຮັດ​ໃຫ້​ການ​ປ້ອງ​ກັນໄພ​,ການ​​ຕ້ານ​ໄພ​ທຳ​ມະ​ຊາດແລະ​ການ​ກູ້​ໄພປະ​ສານ​ສົມ​ທົບ​ກັນ, ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ການ​ປ້ອງ​ກັນ​ໄພ​ທຳ​ມະ​ຊາດ​ສັງ​ລວມ​ຢ່າງ​ຮອບ​ດ້ານ, ສະ​ໜອງ​ການ​ຮັບ​ປະ​ກັນ​ຢ່າງ​ໜັກ​ແໜ້ນ​ໃຫ້ແກ່​ຄວາມ​ປອດ​ໄພ​ທັງ​ຊີ​ວິດ​ແລະ​ຊັບ​ສິ​ນ​ຂອງ​ປະ​ຊາ​ຊົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ