ນາ​ຍົກ​ສິງ​ກະ​ໂປ​ກ່າວ​ວ່າ​ຈະ​ພະ​ຍາ​ຍາມ​​ສຸດ​ຂີດ​ເພື່ອ​ຮັບ​ປະ​ກັນ​ໃຫ້​ກອງ​ປະ​ຊຸມ​ສຸດຍອດ​ອາ​ເມ​ລິ​ກາ​ກັບ​ ສ.ປ.ປ ເກົາ​ຫຼີ​ຈັດ​ຂຶ້ນ​​ຢ່າງ​ສຳ​ເລັດ​ຜົນ
2018-05-12 17:14:41  cri 
ຕາມ​ຂ່າວCRI:ວັນ​ທີ 11 ພຶດ​ສະ​ພາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ສິງ​ກະ​ໂປໄດ້​ອອກ​ຖະ​ແຫຼງ​ການ​ວ່າ, ທ່ານ ຫຼີ ສຽນ ລູງ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ໄດ້​ໂອ້​ລົມ​ກັນ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ໂດ​ນັນ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໃນ​ມື້​ດຽວ​ກັນ, ກ່າວ​ວ່າ​ສິງ​ກະ​ໂປ​ຈະ​ພະ​ຍາ​ຍາມ​​ສຸດ​ຂີດ​ເພື່ອ​ຮັບ​ປະ​ກັນ​ໃຫ້​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ອາ​ເມ​ລິາ​ກັບ ສ.ປ.ປ​ ເກົາ​ຫຼີ​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ​ໃນ​ກາງ​ເດືອນ​ມິ​ຖຸ​ນາ​ໜ້າ​ນີ້ຢ່າງ​ມີ​ຜົນສຳ​ເລັດ.

ທ່ານ​ຫຼີ ​ສຽນ ລູງ ​ກ່າວ​ໃນ​ເວ​ລາ​ໂອ້​ລົມ​ກັນ​ທາງ​ໂທ​ລະ​ສັບ​ວ່າ, ທ່ານ​ຍິນ​ດີ​ຕ້ອນ​ຮັບ​ທ່ານ​ໂດ​ນັນ ທ​ຣຳ​ເດີນ​ທາງ​ມາ​ສິງກ​ະ​ໂປ​ເພື່ອ​ເຂົ້າ​ຮ່ວມ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ອາ​ເມ​ລິ​ກາ​ກັບ​ ສ.ປ.ປ​ ເກົາ​ຫຼີທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້. ການ​ພົບ​ປະ​ຄັ້ງ​ນີ້​ຈະ​ແມ່ນ​ເຫດ​ການ​ສຳ​ຄັນ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​ຄັ້ງ​ໜຶ່ງ. ສິງ​ກະ​ໂປຮູ້​ສຶກ​ເປັນ​ກຽດ​ຢ່າງ​ຍິ່ງທີ່​ມີ​ໂອ​ກາດ​ເປັນ​ເຈົ້າ​ພາບ​ຂອງ​ການ​ພົບ​ປະ​ຄັ້ງ​ນີ້, ແລະ​ຈະ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ​ເພື່ອ​ຮັບ​ປະ​ກັນ​ໃຫ້​ການ​ພົບ​ປະ​ຈັດ​ຂຶ້ນ​ຢ່າງ​ສະ​ດວກ​ແລະ​ສຳ​ເລັດ​ຜົນ.

ນອກ​ນີ້, ທ່ານໄມ​ຄ ໂປມ​ເປວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ໃນ​ວັນ​ທີ 11 ພຶດ​ສະ​ພາ​ນີ້​ວ່າ, ຖ້າ​ວ່າ​ ສ.ປ.ປ ເກົາ​ຫຼີ​ຢວງບາດ​ກ້າວ​ຢ່າງ​ກ້າ​ຫານ​, ບັນ​ລຸ​ການ​ປອດ​ນິວ​ເຄຼຍ​ໂດຍ​ໄວ, ອາ​ເມ​ລິ​ກາ​ໄດ້​ກຽມ​ພ້ອມ​ເພື່ອ​ຊ່ວຍ​ເຫຼືອ​ໃຫ້​ ສ.ປ.ປ​ ເກົາ​ຫຼີກ້າວ​ເຂົ້າ​ສູ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ. ທ່ານ​ໄມ​ຄ ໂປມ​ເປວ​ເປີດ​ເຜີຍ​ວ່າ, ໃນ​ເວ​ລາ​ໄປ​ຢ້ຽມ​ຢາມ​​ ສ.ປ.ປ​ ເກົາ​ຫຼີ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ໄດ້​ດຳ​ເນີນ​ການ​ສົນ​ທະ​ນາ​ທີ່​ມີ​ລັກ​ສະ​ນະ​ທາດ​ແທ້​ກັບ​ທ່ານ ກິມ ເຈິງ ອຸນ, ຜູ້​ນຳ​ສູງ​ສຸດ​ຂອງ ສ.ປ.ປ ເກົາ​ຫຼີ​ກ່ຽວ​ກັບ​ບັນ​ຫາ​ທີ່​ເລິກ​ເຊິ່ງ​ແລະ​ສັບ​ສົນແລະ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ສູງ.

ທ່ານ​ໂດ​ນັນ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ເປີດ​ເຜີຍໃນ​ວັນ​ທີ 10 ພຶດ​ສະ​ພາ​ນີ້​ວ່າ​ຈະ​ພົບ​ປະ​ກັບ​ທ່ານ​ກິມ ເຈິງ ອຸນ, ຜູ້​ນຳ​ສູງ​ສຸດ​ຂອງ​ ສ.ປ.ປ ເກົາ​ຫຼີຢູ່​ສິງ​ກະ​ໂປ​ໃນ​ວັນ​ທີ 12 ມິ​ຖຸ​ນາ​ໜ້າ​ນີ້.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ