ທ່ານຫຼີ​ເຄີ້​ສຽງ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ເວ​ທີ​ປຶກ​ສາ​ຫາ​ລືເຈົ້າ​ແຂວງ​ຈີນ​ຍີ່​ປຸ່ນ ແລະ​ກ່າວ​ຄຳ​ປາ​ໄສ
2018-05-12 17:01:55  cri 
ຕອນ​ເຊົ້າ​ວັນ​ທີ 11 ພຶດ​ສະ​ພາ​ນີ້​ຕາມ​ເວ​ລາ​ທ້ອ​ງ​ຖິ່ນ, ທ່ານ​ຫຼີ​ເຄີ້​​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດເວ​ທີ​ປຶກ​ສາ​ຫາ​ລືເຈົ້າ​ແຂວງ​ຈີນ​ຍີ່​ປຸ່ນ ທີ່​ຈັດ​ຂຶ້ນ​ຢູ່​ໂຮງ​ແຮມ​ທີ່​ທ່ານ​ພັກ​ຢູ່​ເມືອງ​ຊາ​ໂພ​ໂຣ​ແຂວງໂຮ​ຄາຍ​ໂດ​ຍີ່​ປຸ່ນ ພ້ອມ​ທັງ​ກ່າວ​ຄຳ​ປາ​ໄສ.

ທ່ານ​ຫຼີ​ເຄີ້​​ສຽງ​ກ່າວ​ວ່າ, ຈີນ​ກັບ​ຍີ່​ປຸ່ນ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງທີ່​ສຳ​ຄັນ​ຂອງ​ກັນ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໄສ​ແລະ​ໝັ້ນ​ທ່ຽງ ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​​ພື້ນ​ຖານຂອງ​ສອງ​ປະ​ເທດ​ກໍ່​ຄືປະ​ຊາ​ຊົນ​ສອງ​ຊາດ, ​ແລະມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ກໍ່​ຄື​ຂອງ​ໂລກ. ສອງ​ຝ່າຍ​ຄວນ​ກຳ​ແໜ້ນ​ທິດ​ທາງ​ສັນ​ຕິ​ພາບ ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື, ​ຂະ​ຫຍາຍ​ການ​ຮ່ວມ​ມື​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງທີ່​ດີ​ຕໍ່​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​. ປີ​ນີ້​ແມ່ນ​ປີ​ທີ່​ຈີນ​ກັບ​ຍີ່​ປຸ່ນ​ເຊັນ​ສັນ​ຍາ​ສົນ​ທິສັນ​ຕິ​ພາບ​ແລະມິດ​ຕະ​ພາບ​ຄົບ​ຮອ​ບ 40 ປີ, ສອງ​ຝ່າຍ​ຄວນ​ຫວນ​ຄືນ​​ຈິດ​ໃຈ​ຂອງ​ສັນ​ຍາ, ປັບ​ປຸງ​ພື້ນ​ຖານ​ການ​ເມືອງ​ໃຫ້​ໝັ້ນ​ຄົງ​ກວ່າ​ເກົ່າ, ຂະ​ຫຍາຍ​ການ​ຮ່ວມ​ມື​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກັບ​ຄືນ​ສູ່​​ວົງ​ໂຄ​ຈອນ​ທີ່​ເປັນປົກ​ກະ​ຕິ, ໄດ້​ຮັບ​ການ​ພັດ​ທະ​ນາ​ໃໝ່​ແລະ​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ແລະ​ຍາວ​ໄກ.

ທ່ານ​ຫຼີ​ເຄີ້​​ສຽງ​ຍັງ​ອອກວ່າ, ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ທ້ອງ​ຖິ່ນ​ຕ່າງໆ ແມ່ນພາກ​ສ່ວນ​ປະ​ກອບ​ທີ່​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ, ກໍ່​ແມ່ນ​ຊ່ອງ​ທາງ​ສຳ​ຄັນ​ທີ່​ຊຸກ​ຍູ້​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​​ພົນ​ລະ​ເຮືອນສອງ​ປະ​ເທດ. ໃນ​ໄລ​ຍະ​ຢ້ຽມ​ຢາມ, ລັດ​ຖະ​ບານ​ສອງ​ປະ​ເທດ​ຈີນ​ຍີ່​ປຸ່ນ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ຫຼາຍ​ສະ​ບັບ, ເຊິ່ງ​ໄດ້​ສ້າງ​ເງື່ອນ​ໄຂ​ແລະ​ຊ່ອງ​ຫວ່າງ​ໃຫ້​ທ້ອງ​ຖິ່ນ​ແລະ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດໃນ​ການ​ລົງ​ເລິກ​ການ​ຮ່ວມ​ມື.

ຕອນ​ບ່າຍ​ວັນ​ທີ 11 ພຶດ​ສະ​ພາ​ນີ້​ຕາມ​ເວ​ລາ​ປັກ​ກິ່ງ, ທ່ານ​ຫຼີ​ເຄີ້​​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີຈີນ​ໄດ້​ພາຍ​ຫຼັງ​ໄດ້​ກັບ​ຄືນ​ນະ​ຄ​ອນ​ຫຼວງ​ປັກ​ກິ່ງ​ດ້ວຍ​ເຄື່ອງ​ບິນ​ພິ​ເສດ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຕໍ່​ອິນ​ໂດ​ເນ​ເຊຍ​ຢ່າງ​ເປັນ​ທາງ​ການ, ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳ​ຈີນ ຍີ່​ປຸ່ນ ​ສ.ເກົາ​ຫຼີ ຄັ້ງ​ທີ 7 ແລະ​​ຢ້ຽມ​ຢາມ​ຍີ່​ປຸ່ນ​ຢ່າງ​ເປັນ​ທາງ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ