ກຸ່ມ IS ກ່າວ​ວ່າ​ໄດ້​ກໍ່​ເຫດ​ການ​ໂຈມ​ຕີ​ດ້ວຍ​ມີດ​ຢູ່​ປາ​ຣີ
2018-05-13 17:39:25  cri 

ການ​ໂຈມ​ຕີ​ດ້ວຍ​ມີດ​ທີ່​ເກີດ​ຂຶ້ນຢູ່​ປາ​ຣີ ນະ​ຄອນ​ຫຼວງ​ຝ​ຣັ່ງ​ໃນ​ຕອນ​ຄ່ຳ​ວັນ​ທີ 12 ພຶດ​ສະ​ພາ​ນີ້​ໄດ້​ເຮັດ​ໃຫ້ 2 ຄົນ​​ເສ​ຍ​ຊີ​ວິດ​ເຊິ່ງລວມ​ທັງ​ຜູ່​ໂຈມ​ຕີ,  ອີກ 4 ຄົນໄດ້​ຮັບ​ບາດ​ເຈັບ, ​ກຸ່ມ IS ເຊິ່ງ​ເປັນ​ອົງ​ການ​ກຸ່ມ​ຫົວ​ຮຸນ​ແຮງປ​ະ​ກາດ​ວ່າ​ໄດ້​ກໍ່​ການ​ໂຈມ​ຕີ​ເທື່ອ​ນີ້.

​ຕອນ​ກາງ​ຄືນວັນ​ທີ 12 ພຶດ​ສະ​ພາ​ນີ້, ທ່ານ​ຟຣັງ​ຊົວ ໂມ​ລິນ ເຈົ້າ​ໜ້າ​ທີ່​ໄອ​ຍະ​ການ​ປາ​ຣີ​ໄດ້ຈັດ​ງານ​ຖະ​ແຫຼງ​ຂ່າວ​ຢູ່​​ສະ​ຖານ​ທີ່​ເກີດ​ເຫດ​ໂຈມ​ຕີ​ວ່າ, ຜູ້​ເຫັນ​ເຫດ​ການຫຼາຍ​ຄົນ​ໄດ້​ຢື​ນ​ຢັນ​ວ່າ​ຜູ້​ໂຈມ​ຕີ​ໄດ້​ຮ້ອງ​ຄຳ​ຂວັນ​ສາ​ສະ​ໜາ​ໃນ​ເວ​ລາ​ໂຈມ​ຕີ, ​ຍ້ອນພິ​ຈາ​ລະ​ນາ​ເຖິງ​ຮູບ​ການ​ກໍ່​ເຫດ​ຂອງ​ຜູ້​ໂຈມ​ຕີ, ​ພາກ​ສ່ວນຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ອົງ​ການ​ໄອ​ຍະ​ການ​ປາ​ຣີ​​ໄດ້​ເລີ່ມ​ດຳ​ເນີນ​ການ​ສືບ​ສວນ.

ສື່ມວນ​ຊົນ​ຝ​ຣັ່ງ​ລາຍ​ງານ​ວ່າ, ​ກຸ່ມ​ຫົວ​ຮຸນ​ແ​ຮງ IS ປະ​ກາດ​ວ່າ​ໄດ້​ກໍ່​ການ​ໂຈມ​ຕີ​ເທື່ອ​ນີ້, ແຕ່​ຍັງ​ບໍ່​ທັນຢືນ​ຢັນ​ຖາ​ນະລະ​ອຽດ​ຂອງ​ຜູ້​ໂຈມ​ຕີ​ເທື່ອ.

​ຕອນ​ຄ່ຳ​ວັນ​ທີ 12 ພຶດ​ສະ​ພາ​ນີ້, ທ່ານ​ເອ​ມາ​ນູນ ມາກ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ໄດ້​ສະ​ແດງຄວາມ​ເຫັນ​ໃຈ​ແລະ​ຄວາມ​ໄວ້​ອາ​ໄລ​​ຕໍ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ການ​ໂຈມ​ຕີ​ເທື່ອ​ນີ້​ໂດຍ​ຜ່ານ twitter ຂອງ​ຕົນ , ແລະ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ຕຳ​ຫຼວດ​ທີ່​ຍິງຜູ້ໂຈມ​ຕີ​ຕາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ