ກຳປັ່ນບັນທຸກ​ເຮືອບິນ​ລຳ​ທີ​ສອງຂອງ​ຈີນ​ໄດ້​ເດີນ​ທະ​ເລ​ເປັນ​ຄັ້ງທຳ​ອິດ
2018-05-13 16:48:35  cri 

ວັນ​ທີ 13 ພຶດສະພາ​ນີ້, ກຳ​ປັ່ນບັນທຸກ​ເຮືອບິນ​ລຳ​ທີ​ສອງ​ຂອງ​ຈີນ​ໄດ້​​ເດີນທາງ​ອອກຈາກ​ທ່າ​ເຮືອ​ໂຮງງານ​ຜະລິດ​ເຮືອ​ເມືອງ​ຕ້າ​ລຽນ​ໄປ​ສູ່ເຂດ​ທະ​ເລ​ທີ່​ກ່ຽວຂ້ອງ ​ເພື່ອ​ປະຕິບັດ​ໜ້າ​ທີ່​ທົດ​ລອງ ​ສຳຄັນ​ແມ່ນ​ກວດກາຄວາມ​ໄວ້​ວາງ​ໃຈ​ໄດ້ ​ແລະ​ຄວາມ​ໜັກ​ແໜ້ນ​ຂອງ​ອຸປະກອນ​ຕ່າງ​ໆ ​ເຊັ່ນ ລະບົບ​ພະລັງ​ແຮງ ​ແລະ​ອື່ນໆ.
ນັບ​ແຕ່​​ໄດ້​ລົງ​ນ້ຳ​ໃນວັນ​ທີ 26 ​ເມສາ​ປີ 2017 ​ເປັນ​ຕົ້ນ​ມາ, ວຽກ​ງານກໍ່ສ້າງ​ກຳ​ປັ່ນບັນທຸກ​ເຮືອບິນ​ລຳ​ທີ​ສອງ​ໄດ້​ດຳ​ເນີນ​ໄປ​ຕາມ​ແຜນການ​ຢ່າງໜັກ​ແໜ້ນ ​ເຊິ່ງ​ໄດ້​ສຳ​​ເລັດ​ການປັບ​ລະບົບອຸປະກອນ, ການຕິດ​ຕັ້ງ​ເຄື່ອງ​ເອ​ເລັກ​ໂຕຼນິກ​ເຄື່ອງ​ໄຟຟ້າ ​ແລະ​ເຄື່ອງຈັກ​ຕ່າງໆ ​ແລະການ​ທົດ​ລອງ​ໃນ​ເວລາ​ຈອດ​ປະ​ເພດ​ຕ່າງໆ, ​ໄດ້​ມີ​ເງື່ອນ​ໄຂ​ດ້ານ​​ເຕັກ​ນິ​ກທີ່​ເດີນ​ໄປ​ສູ່​ທະ​ເລ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ