ທ່ານ​ວາງ​ຢີ້​ພົບ​ປະ​ຫາ​ລື​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອີ​ຣານ
2018-05-14 11:39:36  cri 

ວັນ​ທີ 13 ພຶດ​ສະ​ພາ​ນີ້ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ຫາ​ລື​ກັບ​ທ່ານ​ໂມ​ຮາ​ເມັດ ຈາ​ວັດ ຈາ​ຣິ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ອີ​ຣານ.

ທ່ານ​ວາງ​ຢີ້​ຢືນ​ຢັນ​ວ່າ: ຈີນ​ຖື​ອີ​ຣານ​ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ການ​ຮ່ວມ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ຍິນ​ດີ​ຮ່ວມ​ກັບ​ອີ​ຣານ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ​ຢ່າງ​ຮອບ​ດ້ານ, ປົກ​ປັກ​ຮັກ​ສາ​ແລະ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ. ສັນ​ຍາ​ຮອບ​ດ້ານ​ວ່າ​ດ້ວຍ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານ​ເປັນ​ໝາ​ກ​ຜົນ​ລັດ​ທິຫຼາຍ​ຝ່າຍ​ທີ່​ໄດ້​ມາ​ບໍ່​ແມ່ນ​ເລື່ອງ​ງ່າຍ ເຊິ່ງ​ມີ​ຜົນ​ດີ​ຕໍ່​ການ​ຮັກ​ສາ​ລະ​ບົບ​ປ້ອງ​ກັນ​ບໍ່​ແຜ່​ຜາຍ​ອາ​ວຸດ​ນິວ​ເຄ​ລຍ​ສາ​ກົນ​ແລະ​ຮັກ​ສາ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບຢູ່ເຂດ​ຕາ​ເວັນ​ອອກ​ກາງ. ໃນ​ໄລ​ຍະ​ຕໍ່​ໄປ, ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ຝ່າຍ​ເຊິ່ງ​ລວມ​ທັງ​ອີ​ຣານ​ຮັກ​ສາ​ການ​ແລກ​ປ່ຽນ​ແລະ​ປະ​ສານ​ງານ​ກັນ, ປະ​ຕິ​ບັດ​ຕາມ​ຈິດ​ໃຈ​ພາ​ວະ​ວິ​ໄສ,ຍຸດ​ຕິ​ທຳ​ແລະ​ມີ​ຄວາ​ມ​ຮັບ​ຜິດ​ຊອບ, ສືບ​ຕໍ່​ພະ​ຍາ​ຍາມ​ຮັກ​ສາ​ສັນ​ຍາ​ຮອບ​ດ້ານ​​ວ່າ​ດ້ວຍ​ບັນ​ຫານິວ​ເຄ​ລຍ​ອີ​ຣານ.

ໂອ​ກາດ​ນີ້,ທ່ານ​ຈາ​ຣິ​ຟ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ຢ່າງ​ສູງ​ຕໍ່​ຈຸດ​ຢືນ​ຂອງ​ຈີນ​ໃນ​ການ​ຮັກ​ສາ​ສັນ​ຍາ​ຮອບ​ດ້ານ ແລະ​ເນັ້ນ​ວ່າ ອີ​ຣານ​ຍິນ​ດີ​ສືບ​ຕໍ່​ແລກ​ປ່ຽນ​ຄວາມ​ເຫັນ​ແລະ​ປະ​ສານ​ງານ​ກັບ​ບັນ​ດາ​ຝ່າຍ​ທີ່​ສະ​ໜັບ​ສະ​ໜູນ​ສັນ​ຍາ​ຮອບ​ດ້ານ. ອີ​ຣານ​ເຫັນ​ວ່າ: ການ​ທີ່​ຮັບ​ປະ​ກັນ​ໃຫ້​ສັນ​ຍາ​ຮອບ​ດ້ານ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຕໍ່​ເນື່ອງ,ຮອບ​ດ້ານ​ແລະ​ມີ​ປະ​ສິດ​ທິ​ຜົນ​ນັ້ນ​ເປັນ​ໜ້າ​ທີ່​ແລະ​ພັນ​ທະ​ຮ່ວມ​ຂອງ​ບັນ​ດາ​ຝ່າຍ. ສ່ວນ​ອີ​ຣານ​ກໍ​ຍິນ​ດີ​ຈະ​ເຮັດ​ສຸດ​ຄວາມ​ສາ​ມາດຂອງ​ຕົນເພື່ອ​​ໃຫ້ບັນ​ລຸ​ເປົ້າ​ໝາຍ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ