ນັກ​ສຶກ​ສາ​ລາວ​ເຂົ້າ​ຮ່ວມ​ງານ​ວັດ​ທະ​ນະ​ທຳ​ນາ​ໆ​ຊາດ
2018-05-14 15:27:27  cri 

ງານ​ວັດ​ທະ​ນະ​ທຳ​ນາ​ໆ​ຊາດຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທ​ດ​ປັກ​ກິ່ງ​ໄດ້​ຈັດ​ຂຶ້ນໃນ ວັນທີ 12 ພຶດ​ສະ​ພານີ້ ທີ່​ນະ​ຄອນ​ຫລວງ​ປັກ​ກິ່ງ,ມີ​ຄູ​ອາ​ຈານ​ແລະ​ນັກ​ສຶກສາ​​ຕ່າງ​ປະ​ເທ​ດ​ທົ່ວມະ​ຫາ​ວິ​ທະ​ຍາ​ໄລ​​ເຂົ້າ​ຮ່ວມ​ຢ່າງ​ຫລວງ​ຫລາຍ.

ຈຸດ​ປະ​ສົງ​ຂອງ​ງານ​​ຄັ້ງ​ນີ້,ເພຶ່ອ​ເປັນ​ການ​ສ້າງ​ຄວາມ​ສາ​ມັກ​ຄີ​ແລະ​​ເຜີຍແ​ຜ່​ແລກ​ປ່ຽນວັດ​ທະ​ນະ​ທຳ​ອັນ​ດີງ​າມ​ຂອງ​ບັນ​ດາ​ປະ​ເທດ​ຕ່າງໆ.

ໃນ​ໂອ​ກາດນີ້,ນັກ​ສຶກ​ສາ​ລາວເຊິ່ງ​ນຳ​ໂດຍ ທ່ານ ວົງ​ສະ​ໄໝ ຈັນ​ທະ​ລັງ​ສີ ເລ​ຂາ​ຈຸ​ພັກນັກ​ສຶກ​ສາ​ລາວ​ທີ່​ປັກ​ກິ່ງ​ພ​ອ້​ມ​ດ້ວຍ​ຄະ​ນະ​ກໍ່​ໄດ້​ນຳ​ເອົາ​ລາຍ​ການ​ສະ​ແດງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ລາວ​ຄື: ເປົ່​າ​ແຄນ​ກ້ຽວ​ສາວ,​ຟ​ອ້ນ​ລຳ​ວົງສຽງແຄນ​ລາວ ແລະ ວາງ​ສະ​ແດງ​ອາ​ຫານ​ລາວ ພິ​ເສດ​ແມ່ນ​​ເຂົ້າ​ໜຽວ,ຕຳ​ໝາກ​ຮຸ່ງ ແລະ ອື່ນໆ​ອີກ​ຫລາຍ​ລາຍ​ການ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ແລະ​ຄຶກ​ຄື້ນ​ມ່ວນ​ຊື່ນ​ໃຫ້​ແກ່​ຜູ້ເຂົ້າ​ຮ່ວມ​​ງານຢ່າງ​ຫລວງ​ຫລາຍ.
1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ