ແຂວງ​ໄຫຫຼຳ​ຕັ້ງ​ເປົ້າ​ຮັບ​ເອົາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ໄດ້ລ້ານ​ຄົນ​ຮອດ​ປີ 2025
2018-05-14 15:31:51  cri 
ເພື່ອ​ຊຸກ​ຍູ້​ການ​ສ້າງ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ແຂວງ​ໄຫຫຼຳ​ແລະ​ທ່າ​ກຳ​ປັ່ນ​ການ​ຄ້າ​ເສ​ລີ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ເທື່ອ​ທີ 4 ຂອງຄະ​ນະ​ພັກ​ແຂວງ​ໄຫຫຼຳ​ສະ​ໄໝ​ທີ 7 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ພຶດ​ສະ​ພາ​ນີ້​ໄດ້​ພິ​ຈາ​ລະ​ນາ​ແລະ​ຮັບ​ຮອງ​ແຜນ​ການ​ດຳ​ເນີນ​ງານ​ຮັບ​ເອົາ​ຊັບ​ພະ​ຍາ​ກອນ​ມະ​ນຸດໜຶ່ງລ້ານ​ຄົນ​ເຂົ້າ​ແຂວງ​ໄຫຫຼຳ ແລະ​ໄດ້​ເປີດ​ເຜີຍ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ຄືນ​ວັນ​ດຽວ​ກັນ​ວ່າ, ຕາມ​ແຜນ​ການ, ຮອດ​ປີ 2020, ແຂວງ​ໄຫຫຼຳ​ຈະ​ຮັບ​ເອົາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ປະ​ເພດ​ຕ່າງໆ​ 2 ແສນ​ຄົນ, ຮອດ​ປີ 2025 ຈະ​ບັນ​ລຸ​ເປົ້າ​ໝາຍ ຮັບ​ເອົາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ໄດ້​ໜຶ່ງ​ລ້ານ​ຄົນ​.

ຕາມ​ແຜນ​ການ, ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ການ​ສຶກ​ສາ​ຊັ້ນ​ອະ​ນຸ​ປະ​ລິ​ຍາ​ຂຶ້ນ​ໄປ, ມີຕຳ​ແໜ່ງວິ​ຊາ​ການ​ຊັ້ນ​ອາ​ຈານ​ແລະ​ອື່ນໆ​ຈະ​ສາ​ມາດ​ຂຶ້ນ​ທະ​ບຽນ​ສຳ​ມະ​ໂນ​ຄົວ​ຢູ່​ບ່ອນ​ເຮັດ​ວຽກ​ແລະ​ບ່ອນ​ຢູ່​ຕົວ​ຈິງ​ໃນ​ແຂວງ​ໄຫຫຼຳ. ນັບ​ແຕ່​ມື້​ຂຶ້ນ​ທະ​ບຽນ​ສຳ​ມະ​ໂນ​ຄົວ​ເປັນ​ຕົ້ນ​ໄປ​ຈະ​ມີ​ສິດ​ເທົ່າ​ທຽມ​ກັບ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ໃນ​ດ້ານ​ການ​ຊື້​ເຮືອນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ