ທ່ານລູ້ຄ່າງ ໂຄສົກກະຊວງການຕ່າງປະເທດຈີນປະກາດໃນວັນທີ 14 ພຶດສະພານີ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຈາກລັດຖະບານອາເມລິກາ, ທ່ານລິວເຮີ້ ທູດພິເສດຂອງທ່ານປະທານສີຈິ້ນຜິງ, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ,ຮອງນາຍົກລັດຖະມົນຕີຈີນ, ຜູ້ຊີ້ນຳຝ່າຍຈີນຂອງການເຈລະຈາເສດຖະກິດຮອບດ້ານຈີນ-ອາເມລິກາຈະເດີນທາງໄປຢ້ຽມຢາມອາເມລິກາແຕ່ວັນທີ 15-19 ພຶດສະພານີ້.ໃນໄລຍະຢ້ຽມຢາມນັ້ນ, ທ່ານລິວເຮີ້ຈະຮ່ວມກັບໜ່ວຍງານເສດຖະກິດອາເມລິກາທີ່ນຳໂດຍທ່ານສະຕີເວັນ ເຕີເນີ ມູນູຊິນ ລັດຖະມົນຕີກະຊວງການເງິນອາເມລິກາເພື່ອສືບຕໍ່ປຶກສາຫາລືບັນຫາເສດຖະກິດການຄ້າລະຫວ່າງສອງປະເທດ.
ທ່ານລູ້ຄ່າງຢືນຢັນວ່າ ຈີນຍິນດີຮ່ວມກັບອາເມລິກາພະຍາຍາມຊຸກຍູ້ການປຶກສາຫາລືເສດຖະກິດການຄ້າທີ່ຈະຈັດຂຶ້ນຮອບນີ້ໃຫ້ມີຄວາມສ້າງສັນແລະໄດ້ຮັບໝາກຜົນເປັນຢ່າງດີ.