ນັກວິຊາ​ການສະ​ເໜີ​ໃຫ້​ວິ​ສາ​ຫະກິ​ດ​ຢຸນນານ ​ແລະ​ກວາງຊີສົມທົບ​ກັບ​ບັນດາ​ປະ​ເທດ​ແມ່​ນ້ຳລ້ານ​ຊ້າງ​ແມ່​ນ້ຳຂອງ
2018-05-14 16:53:49  cri 
ວັນ​ທີ 13 ພຶດສະພາ​ນີ້, ນັກວິຊາ​ການ ​ແລະ​ຜູ້​ຊ່ຽວຊານ​ຫຼາຍ​ສິບຄົນ​ຈາກ​ວົງ​ການ​ການ​ຄ້າໝິງ​ໄດ້​ປຶກສາ​ຫາລື​ຢູ່​ນະຄອນ​ຄຸ່ນມິ​ງ​ແຂ​ວງຢຸນນານ​ເພື່ອເພີ່ມ​ທະວີ​ການ​ພັດທະນາ​ປະສົມ​ກັນ​ລະ​ຫວ່າງ​ຂະ​ແໜງ​ການ​​ແຂວງ​ຢຸນນານ ​ແລະ​ເຂດ​ກວາງຊີ​ຈີນ​ກັບ​ບັນດາ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂອງ.

ດ້ານ​ການ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັນນັ້ນ, ທ່ານ​ຫຼຸຍ​ເຄິ້ຈຽນ ອະດີດ​ຫົວໜ້າ​ກົມ​ອາຊີ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ບັນດາປະ​ເທດ​ອະນຸ​ພາ​ກພື້ນ​ແມ່​ນ້ຳຂອງ​ແມ່ນ​ປະ​ເທດ​​ທີ່​ເຂົ້າ​ຮ່ວມ ​ແລະ​ໄດ້ຮັບ​ຜົນ​ປະ​ໂຫຍ​ດຈາກ​ການສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ກ່ອນໝູ່, ສະ​ນັ້ນ, ​ແຂວງ​ຢຸນນານ ​ແລະ​ເຂດ​ກວາງຊີ​ຄວນ​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ທີ່​ອ້ອມ​ຂ້າງ​​ໃນ​ຂົງ​ເຂດ​ຕ່າງໆ ຄື: ພື້ນຖານ​ໂຄງ​ລ່າງ, ການປຸ່ງ​ແຕ່ງ, ການ​ຄ້າ, ​ການ​ຜະລິດ​ຢາຊີວະ​ພາບ, ການທ່ອງທ່ຽວ, ການ​ທະ​ນາຄາ​ນ ​ແລະ​ອື່ນໆ.

ທ່ານ​ຮວາງ​ເຊີ້ງ​ຊຽງ ຫົວໜ້າຄະນະ​ພາສີສະ​ຖາ​ບັນພາສີຊຽງ​ໄຮ​ສະ​ເໜີ​ວ່າ: ​ແຂວງ​ຢຸນນານ ​ແລະ​​ເຂ​ດ​ກວາງຊີ​ຄວນ​​ຖືດ່ານ​ຊາຍ​ແດນ​​ ​ແລະ​ດ່ານ​ແຄມ​ທະ​ເລ​ເປັນ​ໃຈກາງ​ໃນ​ການ​ແຂ່ງຂັນ​ຫຼັກ​ໃນການ​ພັດທະນາຂອງ​ທ້ອງ​ຖິ່ນ, ບໍ່​ພຽງ​ແຕ່​ພັດທະນາ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ເທົ່າ​ນັ້ນ, ຍັງ​ຈະ​ກາຍ​ເປັນ​ຊ່ອງ​ໃນ​ການ​ພັດທະນາ​ທາງ​ການ​ຄ້າ​ສາກົນອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ