ສະຫຼອງ​ວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ມຽນ​ມາ-ຈີນ​ຄົບ​ຮອບ 5 ປີ
2018-05-14 10:14:09  cri 
ພິ​ທີ​ສະຫຼອງວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ມຽນ​ມາ-ຈີນ​ຄົບ​ຮອບ 5 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຢາງ​ກຸງ​ໃນ​ວັນ​ທີ 13 ພຶດ​ສະ​ພາ​ນີ້. ທ່ານ​ຊຽນ​ວິນ​ອອງ ປະ​ທານ​ສະ​ມາ​ຄົມ​ດັ່ງ​ກ່າວ​ກ່າວ​ວ່າ, ສະ​ມາ​ຄົມ​ຈະ​ສືບ​ຕໍ່​ພະ​ຍາ​ຍາມ ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ຮັດ​ແໜ້ນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ຊຽນ​ວິນ​ອອງ​ກ່າວ​ວ່າ, ມຽນ​ມາ ແລະ ຈີນ​ບໍ່​ພຽງ​ແຕ່​ມີ​ສາຍ​ພູ​ ແລະ ແມ່​ນ້ຳ​ຕິດ​ຈອດ​ກັນເທົ່າ​ນັ້ນ, ຍັງ​ມີ​ມູນ​ເຊື້ອ​ມິດ​ຕະ​ພາບ​ມາ​ແຕ່​ດົນ​ນານ. ພາຍຫຼັງ​ສະ​ມາ​ຄົມມິດ​ຕະ​ພາບ​ມຽນ​ມາ-ຈີນ​ສ້າງ​ຕັ້ງ​ຂຶ້ນ​ມາ​ນີ້, ໄດ້​ມີ​ການ​ປະ​ກອບ​ສ່ວນ​ຕໍ່​ການ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນຫຼາຍ​ດ້ານ ແລະ ຈະ​ສືບ​ຕໍ່​ພະ​ຍາ​ຍາມ ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ ແລະ ຮ່ວມ​ມື​ລະ​ຫວ່າງ​ມຽນ​ມາ​ກັບ​ປະ​ເທດ​ອ້ອມ​ຂ້າງ.

ທ່ານ​ຊຽນ​ວິນ​ອອງ​ກ່າວ​ຕື່ມ​ວ່າ, ມຽນ​ມາ​ມີ​ຄວາມ​ຕ້ອງ​ການ​ເຂົ້າ​ຮ່ວມ​ການ​ສ້າງຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ທີ່​ສາ​ມາດ​ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ໃຫ້​ແກ່​ປະ​ເທດ, ພາກ​ພື້ນ ກໍ​ຄື​ໂລກ. ຕໍ່​ໄປ​ພາຍ​ໜ້າ, ສະ​ມາ​ຄົມ​ຕົນ​ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດເສດ​ຖະ​ກິດ, ສັງ​ຄົມ, ສາ​ທາ​ລະ​ນະ​ສຸກ, ການ​ສຶ​ກສາ ແລະ​ອື່ນໆ ລະ​ຫວ່າງ​ສອງ​ປະ​ເທດ, ພ້ອມ​ທັງ​ອອກ​ແຮງ​ສືບ​ທອດ​ມູນ​ເຊື້ອ​ມິດ​ຕະ​ພາບ​ມຽນ​ມາ-ຈີນ, ອົບ​ຮົມ​ບົ່ມ​ສ້າງຊາວ​ໜຸ່ມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ ແລະ ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ