ກອງ​ປະ​ຊຸມ​ສຳ​ມະ​ນາສາ​ກົນ "ທາງ​ອອກ ແລະ ອະ​ນາ​ຄົດ​ຂອງ​ບັນ​ຫາ​ຊີ​ຣີ" ​ຈັດ​ຂຶ້ນທີ່​ນະ​ຄອນ​ຊຽງ​ໄຮ​ຈີນ
2018-05-14 15:45:15  cri 
ກອງ​ປະ​ຊຸມ​ສຳ​ມະ​ນາສາ​ກົນ "ທາງ​ອອກ ແລະ ອະ​ນາ​ຄົດ​ຂອງ​ບັນ​ຫາ​ຊີ​ຣີ" ໄດ້​ຈັດ​ຂຶ້ນເປັນ​ຄັ້ງ​ທຳ​ອິດ​ຢູ່​ນະ​ຄອນ​ຊຽງ​ໄຮ​ປະ​ເທດ​ຈີນ​ແຕ່​ວັນ​ທີ 13 ຫາ 14 ພຶດ​ສະ​ພາ​ນີ້ ໂດຍ​ແບ່ງ​ເປັນ 3 ຫົວ​ຂໍ້ ຄື: ທາງ​ອອກ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ, ປັດ​ໄຈ​ຕົ້ນ​ຕໍ​ທີ່​ມີ​ຜົນ​ສະ​ທ້ອນ​ຕໍ່​ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ ແລະ ບົດ​ບາດ​ຂອງ​ປະ​ຊາ​ຄົມ​ໂລກ​ໃນ​ບັນ​ຫາ​ຊີ​ຣີ.

ທ່ານ​ເຊ້ຍ​ສຽວ​ແຢນ ທູດ​ພິ​ເສດ​ຈີນ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ກ່າວ​ວ່າ, ລັດ​ຖະ​ບານ​ຈີນ​ເຫັນ​ດີ​ມາ​ໂດຍ​ຕະຫຼອດ​ວ່າ, ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ​ທາງ​ການ​ເມືອງ​ເປັນ​ທາງ​ອອກ​ທີ່​ດີ​ທີ່​ສຸດພຽງ​ໜຶ່ງ​ດຽວ, ຕ້ອງ​ເຄົາ​ລົບ​ ແລະ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ເອ​ກະ​ລາດ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊີ​ຣີ, ອະ​ນາ​ຄົດ​ຂອງ​ຊີ​ຣີ​ຄວນ​ໃຫ້​ປະ​ຊ​າ​ຊົນ​ຊີ​ຣີ​ຕັດ​ສິນ​​ເອງ ແລະ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄວນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ໄກ່​ເກ່ຍຫຼັກ​ໃນ​ບັນ​ຫາ​ຊີ​ຣີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ