ຕຶກ​ຫ້ອງ​ການ​ອົງການ​ປົກ​ຄອງ​ທ້ອງ​ຖິ່ນແຫ່ງ​ໜຶ່ງ​ທາງ​ພາກ​ຕາ​ເວັນ​ອອກ​ອາ​ຟ​ກາ​ນິ​ສະ​ຖານ​ຖືກ​ຫຼອນ​ໂຈມ​ຕີ ພາ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ 60 ກວ່າ​ຄົນ
2018-05-14 15:54:47  cri 
ເຈົ້າ​ໜ້າ​ທີ່​ແຂວງ​ນາ​ນາ​ກາ​ຮາ ທາງ​ພາກ​ຕາ​ເວັນ​ອອກ​ອາ​ຟ​ກາ​ນິ​ສະ​ຖານ​ເປີດ​ເຜີຍ​ວ່າ, ຕຶກ​ຫ້ອງ​ການ​ແຫ່ງ​ໜຶ່ງ​ຂອງ​ເມືອງ​ຈາ​ລາ​ລາ​ບັດ ເທດ​ສະ​ບານ​ແຂວງ​ດັ່ງ​ກ່າວ​ຖືກຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ໃນ​ວັນ​ທີ 13 ພຶດ​ສະ​ພາ​ນີ້ ເຊິ່ງ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ມີ 18 ຄົນ​ເສຍ​ຊີ​ວິດ ແລະ 42 ຄົນ​ບາດ​ເຈັບ ​ໃນ​ນີ້​ລວມ​ທັງ​ຜູ້​ກໍ່​ເຫດ​ຕີ.

ຂ່າວ​ແຈ້ງ​ຕື່ມ​ວ່າ, ມີ​ຜູ້​ກໍ່​ເຫດ 2 ຄົນ​ໄດ້​ດຶງ​ສາຍນວນ​ລະ​ເບີດ​ລົດຢູ່ນອກ​ຕຶກ​ຫ້ອງ​ການ​ດັ່ງ​ກ່າວ, ແລ້ວ​ມີ​ຜູ້​ກໍ່​ເຫດ​ອີກ 6 ຄົນ​ບຸກ​ເຂົ້າ​ມາ​ໃນ​ຕຶກ​ຫ້ອງ​ການ ແລະ ​ເກີດ​ການ​ປະ​ທະ​ກັນ​ກັບ​ພະ​ນັກ​ງານຮັກ​ສາ​ຄວາມ​ປອດ​ໄພ​ເປັນ​ເວ​ລາ 5 ຊົ່ວ​ໂມງ​ປາຍ ແລະ ມີ​ພະ​ນັກ​ງານ​

ຢ່າງຫຼວງຫຼາຍ​ຖືກ​​ກັກ​ຂັງ​ຢູ່​ໃນ​ຕຶກ.ກຸ່ມ​ຫົວ​ຮຸນ​ແຮງ "ລັດ​ອິ​ສ​ລາມ" ຫຼື IS ໄດ້​ປະ​ກາດ​​ວ່າ​ເປັນ​ຜູ້​ກໍ່ເຫດ​ການຄັ້ງນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ