ຈີນ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ປະ​ທະ​ກັນ​ຢູ່​ພາກ​ເໜືອ​ມຽນ​ມາ​ຢຸດ​ຍິງ​ທັນ​ທີ
2018-05-15 10:38:46  cri 
ວັນ​ທີ 14 ມິ​ຖຸ​ນາ​ນີ້,ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຢືນ​ຢັນ​ວ່າ,ຈີນ​ໃຫ້​ຄວາມ​ສົນ​ໃຈ​ເປັນ​ຢ່າງ​ຍິ່ງ​ຕໍ່​ການ​ຍິງ​ປະ​ທະ​ກັນ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ພາກ​ເໜືອ​ມຽນ​ມາ​ໃນ​ວັນ​ທີ 12 ພຶດ​ສະ​ພາ​ນີ້. ມາ​ຮອດ​ປັດ​ຈຸ​ບັນ, ເຫດ​ການດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ຊາວ​ຈີນ​ສອງ​ຄົນ​ທີ່​ອາ​ໃສ​ຢູ່​ມຽນ​ມາເສຍ​ຊີ​ວິດ ທັງ​ມີ​ຈະຫຼວດ 3 ລູກ​ແລະ​ລູກ​ປືນ​ຈຳ​ນວນ​ໜຶ່ງ​ຕົກ​ລົງ​ດິນ​ແດນ​ຈີນ. ຈີນ​ໄດ້​ຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ໜັກ​ໜ່​ວງ​ຕໍ່​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ມຽນ​ມາ​ໂດຍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ປະ​ທະ​ກັນ​ຢຸດ​ຍິງ​ໃນ​ທັນ​ທີ ແລະ​ໃຊ້​ທຸກ​ມາດ​ຕະ​ການ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຫດ​ປະ​ທະ​ກັນ​ນີ້​ແຜ່​ຂະ​ຫຍາຍກວ້າງ​ອອກ ແລະ​ຟື້ນ​ຟູ​ຄວາມ​ສະ​ຫງົບ​ຂອງ​ເຂດ​ຊາຍ​ແດນ​ຈີນ-ມຽນ​ມາ​ໂດຍ​ໄວ ທັງ​ຫຼີກ​ເວັ້ນ​ບໍ່​ໃຫ້​ເກີດ​ເຫດ​ທຳ​ລາຍ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ​ອີກ​ຢ່າງ​ເດັດ​ຂາດ.

ທ່ານ​ລູ້​ຄ່າງ​ກ່າວ​ວ່າ: ການ​ທີ່​ປຶກ​ສາ​ຫາ​ລື​ກັນ​ແລະ​ຊຸກ​ຍູ້​ຂະ​ບວນ​ການ​ສັນ​ຕິ​ພາບ​ດ້ວຍ​ນະ​ໂຍ​ບາຍ​ຮອບ​ດ້ານກວມ​ລວມ​ນັ້ນ​ເປັນຫຼັກ​ການ​ທີ່​ບັນ​ດາ​ຝ່າຍ​ຂອງ​ມຽນ​ມາ​ຄວນ​ປະ​ຕິ​ບັດ ທັງ​ເປັນ​ວິ​ທີ​ພຽງ​ໜຶ່ງ​ດຽວ​ທີ່​ສາ​ມາດ​ປະ​ຕິ​ບັດ​ໄດ້​ເພື່ອ​ບັນ​ລຸ​ຄວາມ​ປອງດອງ​ແລະ​ສັນ​ຕິ​ພາບ. ຈີນ​ເລັ່ງ​ທວງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ມຽນ​ມາ​​ປະ​ຕິ​ບັດ​ຕາມຫຼັກ​ການ​ນີ້, ເຈ​ລະ​ຈາ​ກັນ​ເພື່ອ​ມຸ່ງ​ໜ້າ​ສູ່​ເປົ້າ​ໝາຍ​ດຽວ​ກັນ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ໃຫ້​ເໝາະ​ສົມ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ແລະ​ພະ​ຍາ​ຍາມໃຫ້ຫຼາຍ​ເທົ່າ​ທີ່​ຄວນ​ເພື່ອ​ຊຸກ​ຍູ້​ຂະ​ບວນ​ການ​ສັນ​ຕິ​ພາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ