ທ່ານ​ວາງ​ຢີ້​ພົບ​ປະ​ກັບ​ທ່ານ​ບານ​ກີ​ມູນ ປະ​ທານ​ຄະ​ນະ​ມົນ​ຕີ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ຄົນ​ໃໝ່
2018-05-15 10:55:18  cri 
ວັນ​ທີ 14 ພຶດ​ສະ​ພາ​ນີ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ວາງ​ຢີ້ ​ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ບານ​ກີ​ມູນ ປະ​ທານ​ຄະ​ນະ​ມົນ​ຕີ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ຄົນ​ໃໝ່.

ທ່ານ​ວາງ​ຢີ້​ຊົມ​ເຊີຍ​ທ່ານ​ບານ​ກີ​ມູນ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ຄະ​ນະ​ມົນ​ຕີ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ ທັງ​ຢືນ​ຢັນ​ວ່າ: ຕະຫຼອດ​ໄລ​ຍະ 17 ປີ​ທີ່​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ສ້າງ​ຕັ້ງ​ຂຶ້ນ​ມາ​ນີ້​ໄດ້​ຮັບ​ຄວາມ​ກ້າວ​ໜ້າ​ຢ່າງ​ໃຫຍ່ຫຼວງ. ຫວັງ​ວ່າ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ຄະ​ນະ​ມົນ​ຕີ​ຊຸດ​ໃໝ່, ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ ຈາກ​ການ​ຕັ້ງ​ຈຸດ​ຢືນ​ຢູ່​ອາ​ຊີ,ຫັນ​ໜ້າ​ສູ່​ໂລກ​ ຈະຂະ​ຫຍາຍ​ຕົວ​ໄປ​ສູ່​ການ​ຕາງ​ໜ້າ​ອາ​ຊີ​ແລະ​ກ້າວ​ໄປ​ສູ່​ໂລກ,​ແລະ​ປະ​ກອບ​ສ່ວນ​ໃຫຍ່ຫຼວງ​ກວ່າ​ເກົ່າ​ເພື່ອ​ຄົ້ນ​ຄວ້າ​ແລະ​ແກ້​ໄຂ​ບັນ​ຫາ​ທີ່​ອາ​ຊີ​ແລະ​ທົ່ວ​ໂລກ​ພວມ​​ຜະ​ເຊີນ​ໜ້າ. ຈີນ​ໃນ​ຖາ​ນະ​ເປັນ​ປະ​ເທ​ດ​ເຈົ້າ​ພາບ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ ຈະ​​ສືບ​ຕໍ່ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ຄື​ທີ່​ໄດ້​​ປະ​ຕິ​ບັດຜ່ານ​ມາ. ທ່ານ​ບານ​ກີ​ມູນ​ຢືນ​ຢັນ​ວ່າ, ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສະ​ຖາ​ນະ​ການ​ສາ​ກົນ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່ຫຼວງ, ບົດ​ບາດ​ແລະ​ອິດ​ທິ​ພົນ​ຂອງ​ຈີນ​ໄດ້​ກ້າວ​ຂຶ້ນ​ສູ່​ແຖວ​ໜ້າ​ຂອງ​ໂລກ. ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕົນ​ທີ່​ເປັນ​ເວ​ທີ​ການ​ສົນ​ທະ​ນາ​ລະ​ຫວ່າງວົງ​ການ​ການ​ເມືອງ​, ວົງ​ການ​ທຸ​ລະ​ກິດ​ແລະ​ວົງ​ການ​ວິ​ຊາ​ການ,​ສະ​ເໜີ​ແຜນ​ງານ​ໂປ​ອາວ​ເພື່ອ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ອາ​ຊີ​ກໍ​ຄື​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ