ຜູ້​ນຳ​ລາວ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບຈີນ
2018-05-15 15:33:16  cri 

ວັນ​ທີ 14 ພຶດ​ສະ​ພາ​ນີ້​ຢູ່​ນະ​ຄອນຫຼວງວຽງ​ຈັນ, ທ່ານ​ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​​ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງ​ພັກ​​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ,ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ແລະ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ​ ສ​ປ​ປ ​ລາວຕ່າງໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ຈ້າວ​ເຄີ້​ຈື້ ທີ່​ປຶກ​ສາ​ແຫ່ງ​ລັດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​​ຄວາມ​ສະ​ຫງົບຈີນ.

ທ່ານ​ຈ້າວ​ເຄີ້​ຈື້​ຢືນ​ຢັນ​ວ່າ: ປີ 2017ຜ່ານ​ມາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ​ສີ​ຈິ້ນ​ຜິງ​ໄດ້​ຢ້ຽມ​ຢາມ​ລາວ​ຢ່າງ​ສຳ​ເລັດ​ຜົນ, ​ຜູ້​ນຳສອງ​ພັກ-ລັດໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ສຳ​ຄັນ​ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​​ຈີນ-ລາວທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ. ຈີນ-ລາວ​ເປັນ​ປະ​ເທດ​​ສັງ​ຄົມ​ນິ​ຍົມ​ຖານເພື່ອນ​ບ້ານ​ທີ່​ດີ, ​ມິດ​ຕະ​ພາບ​​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ມູນ​ເຊື້ອ​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ. ຈີນ​ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັບ​ລາວ​ປະ​ຕິ​ບັດ​ຕາມ​ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ຜູ້​ນຳ​ສອງ​ພັກ​-ລັດ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ຍຸດ​ທະ​ສາດ, ລົງ​ເລິກ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ, ເປີດກວ້າງ​ການ​ຮ່ວມ​ມື​ຕົວ​ຈິງ, ຮ່ວມ​ກັນ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ໂຄງ​ການ​ສຳ​ຄັນ​ກໍ່​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ຍົກ​ລະ​ດັບ​ການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ເພື່ອ​ຄວາມ​ໝັ້ນ​ຄົງ​ຈີນ-ລາວ​ໃຫ້​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ລາວ​ໃຫ້​ຂະ​ຫຍາຍ​ຕົວ​ກ້າວ​ສູ່​ລວງ​ເລິກ​ເພື່ອ​ສ້າງ​ຄວາມ​ສົມ​ບູນ​ພູນ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດຫຼາຍກວ່າ​ເກົ່າ.

ທ່ານ​ບຸນ​ຍັງ​ວໍ​ລະ​ຈິດ​ແລະ​ທ່ານ​ທອງ​ລຸນ​ສີ​ສຸ​ລິດ​ໄດ້​ຊົມ​ເຊີຍ​ຈີນ​ທີ່​ຍາດ​ໄດ້​ຜົນ​ສຳ​ເລັດ​ດ້ານ​ການ​ພັດ​ທະ​ນາ​ປະ​ເທດ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໂດຍ​ມີ​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ແກນ​ກາງ ແລະ​ຢືນ​ຢັນ​ວ່າ​ຍິນ​ດີ​ຮ່ວມ​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ,ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລາວ-ຈີນ​ໃຫ້​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ມື້​ດຽວ​ກັນ,ທ່ານ​ຈ້າວ​ເຄີ້​ຈື້ ຍັງ​ໄດ້​ພົບ​ປະຫາ​ລື​ກັບ​ທ່ານ​ຈັນ​ສະ​ໝອນ ຈັນ​ຍາ​ລາດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແຫ່ງ ສ​ປ​ປ ລາວ​ແລະ​ທ່ານ ສົມແກ້ວ ສີລາວົງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລາວ.

ໂອ​ກາດ​ພົບ​ປະ​ກັບ​ທ່ານ ສົມແກ້ວ ສີລາວົງ, ສອງ​ຝ່າຍ​ໄດ້​ຢືນ​ຢັນ​ວ່າຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​​ການ​ປະ​ຕິ​ບັດ​ກົດ​ໝາຍ​ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ລະ​ຫວ່າງ​ຈີນ-ລາວ​ຕື່ມ​ອີກ.ຫຼັງ​ການ​ພົບ​ປະ,ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​ທີ່​ກ່ຽວ​ຂ້ອງ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ