ການ​ສຶກ​ສາ​ພິ​ເສດ​ເພື່ອ​ສ້າງ​ຄວາມ​ສາ​ມາດ​ໃຫ້​ຄົນ​ພິ​ການ
2018-05-15 16:52:43  cri 

ວັນ​ທີ 14 ພຶດ​ສ​ະ​ພາ​ນີ້, ນັກ​ຮຽນ​ຂອງ​ໂຮງ​ຮຽນ​ການ​ສຶກ​ສາ​ພິ​ເສດ​ເມື​ອງຢວນ​ສູ​ແຂວງ​ຊ່າ​ນ​ຊີ່ ກຳ​ລັງ​ຮຽນ​ຮູ້ວິ​ຊາ​ເສີມ​ຄວາມ​ງາມ.ຊາວ​ເມືອງ​ຢວນ​ສູ​ໄດ້​ເອີ້ນໂຮງ​ຮຽນ​ແຫ່ງ​ນີ້​​ເປັນ "ບ້ານ​ເດັກ​ພິ​ການ" ເຊິ່ງ​ໄດ້​ຮັບ​ເອົາ​ນັກ​ຮຽນ​ພິ​ການ​ແຂນ​ຂາ,ຫູ​ໜວກ​ແລະປາກ​ກືກ ທັງ​ໝົດ 58 ຄົນ. ຊຸມ​ປີ​ມໍ່ໆ​ມາ​ນີ້, ໂຮງ​ຮຽນ​ແຫ່ງ​ນີ້​ໄດ້​ຕັ້ງຫຼັກ​ສູດ​ຕ່າງໆ​ສຳ​ລັບ​ນັກ​ຮຽນ​ພິ​ການ​ເປັນ​ຕົ້ນ ການ​ປຸງ​ແຕ່ງ​ອາ​ຫານ, ເຮັດຂະ​ໜົມ,​ ​ເສີມ​ຄວາມ​ງາມ,ຕັດ​ຫຍິບ​ແລະ​ອື່ນໆ​ເພື່ອ​ສ້າງ​ຄວາມ​ສາ​ມາດ​ສະ​ເພາະໃຫ້​ນັກ​ຮຽນ​ເຫຼົ່າ​ນີ້.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ