ເລ​ຂາ​ບໍ​ລິ​ຫານ​ງານ​ຂອງ UN ESCAP ຕີ​ລາ​ຄາ​ສູງ​ຕໍ່​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"
2018-05-15 11:30:43  cri 
ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງຄະ​ນະ​ກຳ​ມະ​ການ​ສັງ​ຄົມ​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຫຼື UN ESCAP ຄັ້ງ​ທີ 74 ​ໄຂຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ປະ​ເທດ​ໄທ​ໃນ​ວັນ​ທີ 14 ພຶດ​ສະ​ພາ​ນີ້. ທ່ານ ຊຳ​ຊັດ ອັກ​ຕາ ເລ​ຂາ​ບໍ​ລິ​ຫານ​ງານ​ຂອງ UN ESCAP ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ ເຊິ່ງ​ທ່ານໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຄວາມ​ໝາຍ​ສຳ​ຄັນ​ຂອງ​ຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ຕໍ່​ພາກ​ພື້ນ​ແລະ​ທົ່ວໂລກ.

ທ່ານ ຊຳ​ຊັດ ອັກ​ຕາ ກ່າວ​ວ່າ, ປັດ​ຈຸ​ບັນ​, ​ພາຍ​ໃຕ້​ສະ​ພາບກະ​ແສ​ຕ້ານໂລ​ກາ​ພິ​ວັດ ແລະ ລັດ​ທິ​ປົກ​ປ້ອງ​ການ​ຄ້າ, ໄດ້​ເພີ່ມ​ຄວາມ​ບໍ່​ແນ່ນອນ​ຂອງ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ, ຖ້າ​​ຝືນ​ດຳ​ເນີນ​ຕໍ່​ໄປ​ ຈະ​​ມີ​ຜົນກະ​ທົບຕໍ່​ຕ່ອງ​ໂສ້​ການ​ຕອບ​ສະ​ໜອງ​ຂອງ​ໂລກ​ແລະ​ບັນ​ດາ​ປະ​ເທດ​ອາ​ຊີ​ປາ​ຊີ​ຟິກ​ຢ່າງ​ໜັກ​ໜ່ວງ​. ບັນ​ດາ​ປະ​ເທດ​ອາ​ຊີ​ປາ​ຊີ​ຟິກ​ຄວນ​ຮ່ວມ​​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ,ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ໃນ​ການ​ປົກ​ປັກ​ຮັກ​ສາ​ແລະ​ຊຸກ​ຍູ້​ການ​ຄຸ້ມ​ຄອງ​​ໂລ​ກ​​ແລະ​ລະ​ບົບ​ຫຼາຍ​ຝ່າຍຢ່າງ​ມີ​ຄວາມ​ຍຸດ​ຕິ​ທຳ.

ທ່ານ ອັກ​ຕາ ເຫັນ​ວ່າ,ເສດ​ຖະ​ກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າ​ກັນ​ແມ່ນ​ທ່າ​ແຮງ​ທີ່​ສຳ​ຄັນ​ໃນການ​ພັດ​ທະ​ນາ​​ຂອງອາ​ຊີ​ປາ​ຊີ​ຟິກ. ຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ທີ່​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ສະ​ເໜີ​ມີ​ຄວາມ​ໝາຍ​ສຳ​ຄັນ​ແລະ​ໃຫຍ່​ຫຼວງ,ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ເສດ​ຖະ​ກິດ​ພາກ​ພື້ນ​ໃຫ້ເຊື່ອມ​ໂຍງ​ເຂົ້າ​ກັນແລະ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ກັນ​ຂອງ​ພາກ​ພື້ນ​ເປັນ​ຕົ້ນ,ນອກ​ນີ້,ຍັງເພີ່ມ​ພະ​ລັງ​ແຮງ​ທີ່​ເຂັ້ມ​ແຂງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ພາກ​ພື້ນ​ອາ​ຊີ​ປາ​​ຊີ​ຟິກ​ຢ່າງ​ຕໍ່​ເນື່ອງອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ