ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ເນັ້ນຖາ​ນະ​ຂອງ​ເຢ​ລູ​ຊາ​ເລັມຕ້ອງ​ໃຫ້​ປາ​ແສັ​ລ​ຕິນ​ແລະ​ອິ​ສ​ຣາ​ແອນ​ເປັນ​ຜູ້​ຕັດ​ສິນ
2018-05-15 15:16:24  cri 
ວັນ​ທີ 14 ພຶດ​ສະ​ພາ​ນີ້, ທ່ານ ເອັມ​ມາ​ນູ​ແອນ ມາ​ຄຼົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ໄດ້​ກ່າວ​ປະ​ນາມ​ຕໍ່​ການ​ກະ​ທຳ​ດ້ວຍ​ຄວາມ​ຮຸນ​ແຮງ​ຂອງກອງ​ທັບ​ອິ​ສ​ຣ​າ​ແອນ​ທີ່​ຍິງ​ໃສ່​ປະ​ຊາ​ຊົນປ​າ​ແລັ​ສ​ຕິນ​ທີ່​ປະ​ທ້ວງ​ຕໍ່​ການ​ຍ້າຍສະ​ຖານ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ອິ​ສ​ຣາ​ແອນ​ໄປ​ເຢ​ລູ​ຊາ​ເລັມ ພ້ອ​ມ​ທັງ​ກ່າວ​ວ່າ​ບັນ​ຫາ​ຖາ​ນະ​ເຢ​ລູ​ຊາ​ເລັມ​​ຕ້ອງໄດ້​ຮັບ​ການ​ແກ້​ໄຂ​ຈາກ​ອິ​ສ​ຣາ​ແອນ​ແລະ​ປາ​ແລັ​ສ​ຕິນ​ເທົ່າ​ນັ້ນ.

ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ໄດ້​​ເປີດ​ເຜີຍ​ບົດ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 14 ພຶດ​ສະ​ພາ​ນີ້ ໂດຍ​ກ່າວ​ວ່າ, ຝ​ຣັ່ງ​ບໍ່​ເຫັນ​ດີ​ນຳ​ການ​ຕົກ​ລົງ​ຂອງ​ອາ​ເມ​ລິ​ກາ​ທີ່​ຈະ​ສ້າງ​ຕັ້ງ​ສະ​ຖານ​ທູດ​ຢູ່​ເຢ​ລູ​ຊາ​ເລັມ. ຖາ​ນະ​ຂອງ​ເຢ​ລູ​ຊາ​ເລັມຕ້ອງໄດ້​ຮັບ​ການ​ຕັດ​ສິນ​ຈາກ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຄົມ​ໂລກ. ທ່ານ ມາ​ຄຼົງ ໄດ້​ຢ້ຳ​ຫຼັກ​​ໝັ້ນ​ຂອງ​ລັດ​ຖະ​ບານ​ຝ​ຣັ່ງ​ມາ​ໂດຍ​ຕະ​ຫຼອດ​ໃນ​ການ​ສະ​ໜັບ​ສະ​ໜູນ​ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ​ລະ​ຫວ່າງ​ອິ​ສ​ຣາ​ແອນ-ປາ​ແສັ​ລ​ຕິນ.

ກ່ອນ​ໜ້າ​ນີ້, ທ່ານ ຊ໋ອງ​ອິ​ຟ​ເລີ​ເດ​ຣນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຝ​ຣັ່ງ​ໄດ້​ອອກ​ຖະ​ແຫຼງ​ການ ໂດຍ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ອິ​ສ​ຣາ​ແອນ​ຮັກ​ສາ​ຄວາມ​ໃຈ​ເຢັນ​ແລະ​ຄວາມ​ອົດ​ກັ້ນ​ໄວ້,​ແລະ​ຄວນໃຊ້​ກຳ​ລັງ​ປະ​ກອບ​ອາ​ວຸດ​ຢ່າງ​ເໝາະ​ສົມ. ຖະ​ແຫຼງ​ການ​ກ່າວ​ຢ້ຳ​ວ່າ, ປະ​ຊາ​ຊົນ​ປາ​ແລັ​ສ​ຕິນ​ມີ​ສິດ​ຈັດ​ການ​ເຄື່ອນ​ໄຫວ​ປະ​ທ້ວງ​ໂດຍ​ສັນ​ຕິ ແລະ​ຕ້ອງ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ໂດຍ​ສະ​ເພາະ​ແມ່ນ​ຜູ້​​ທີ່​ມີອາ​ຍຸ​ບໍ່​ເຕັມ​ກະ​ສຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ