ວັນທີ 15 ພຶດສະພນີ້, ທ່ານນາງ ລີວໄອ້ຮວາ ໂຄສົກອົງການສະຖິຕິແຫ່ງຊາດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ, ເດືອນເມສາປີນີ້, ໂດຍລວມແລ້ວເສດຖະກິດຈີນໄດ້ພັດທະນາຢ່າງໝັ້ນທ່ຽງ.
ທ່ານນາງ ລີວໄອ້ຮວາ ກ່າວວ່າ, ໃນເດືອນເມສາປີນີ້, ເບິ່ງໂດຍລວມແລ້ວເສດຖະກິດຈີນໄດ້ພັດທະນາໄປໃນທາງທີ່ດີຢ່າງໝັ້ນທ່ຽງ, ຄວາມຕ້ອງການດ້ານການຜະລິດໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ,ການປະກອບອາຊີບແລະລາຄາສິນຄ້າຢູ່ໃນສະພາບຄວາມໝັ້ນທ່ຽງ,ອົງປະກອບເສດຖະກິດໄດ້ຮັບການຍົກລະດັບໃຫ້ສູງຂຶ້ນ,ຄຸນນະພາບແລະປະສິດທິຜົນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງແລະມີທ່າອ່ຽງໃນການພັດທະນາທີ່ດີ. ເດືອນເມສາປີນີ້, ຍອດມູນຄ່າການສົ່ງອອກແລະນຳເຂົ້າຂອງຈີນໄດ້ບັນລຸເຖິງ 2358,2 ຕື້ຢວນ,ເພີ່ມຂຶ້ນ 7,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ທ່ານນາງ ລີວໄອ້ຮວາ ກ່າວຕື່ມວ່າ, ເດືອນເມສາປີນີ້, ເສດຖະກິດຈີນໄດ້ສືບຕໍ່ພັດທະນາໄປໃນທາງທີ່ດີຢ່າງໝັ້ນທ່ຽງ ຕົ້ນຕໍ່ມີຈຸດພິເສດກວມ 3 ດ້ານຄື: ໜຶ່ງ ການພັດທະນາຢ່າງໝັ້ນທ່ຽງ; ສອງ ຄວາມມີຊີວິດຊີວາໄດ້ເພີ່ມທະວີຂຶ້ນ; ສາມ ປະສິດທິຜົນໄດ້ຮັບການຍົກສູງຂຶ້ນ.